ຂົນຍ້າຍແຮງງານເຂົ້າມາເຮັດວຽກລະເມີດຄຳສັ່ງ

ຂົນຍ້າຍແຮງງານເຂົ້າມາເຮັດວຽກລະເມີດຄຳສັ່ງ ເລກທີ 016/ຈນວ ແລະ ແຈ້ງການແນະນຳ ເລກທີ 1323/ອຄ.ນວ.ຄພນ.

ຕອນເຊົ້າວັນທີ 21 ກັນຍາ 2021, ຈຸດກວດກາບ້ານຂຸດ 3 ບາດ ເມືອງໄຊທານີ ນວ ພົບເຫັນລົດຮຸນໄດ 3 ຄັນກຳລັງຂົນຍ້າຍແຮງງານ 40 ກວ່າຄົນ ເຂົ້າມາໂຮງງານ ນ້ຳສາລີຕັ້ງຢູ່ບ້ານເວີນຄຳ ເຈົ້າໜ້າທີ່ຢຸດກວດກາ ແລະ ສຶກສາອົບຮົມໃຫ້ກັບຄືນ.

ເພາະວ່າການຂົນຍ້າຍແຮງງານຄັ້ງນີ້ເປັນການລະເມີດຕໍ່ຄຳສັ່ງເລກທີ 016/ຈນວ ແລະ ແຈ້ງການແນະນຳຂອງພະແນກອຸດສາຫະກຳ-ການຄ້າເລກທີ 1323/ອຄ.ນວ.ຄພນ.

ສ່ວນໂຮງງານດັ່ງກ່າວເຈົ້າໜ້າທີ່ກຳລັງກວດສອບ ລາຍລະອຽດຈະລາຍງານໃຫ້ຊາຍພາຍຫຼັງ.

ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຄຽງຄູ່ກັບການຕ້ານ, ສະກັດການ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ໃຫ້ໝົດໄປ ຖ້າພົບເຫັນມີການລະເມີດໃຫ້ແຈ້ງຂໍ້ມູນຜ່ານຊ່ອງທາງເບີວອບແອັບ 020 28899774