ໂຄວິດ-19 ປິ່ນປົວດີທັງໝົດແລ້ວ ໃນຂະນະທີ່ພະຍາດໄຂ້ຍຸງລາຍ ມີຜູ້ເສຍຊີວິດເພີ່ມ 1 ກໍລະນີ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ໂຄວິດ-19 ປິ່ນປົວດີທັງໝົດແລ້ວ ໃນຂະນະທີ່ພະຍາດໄຂ້ຍຸງລາຍ ມີຜູ້ເສຍຊີວິດເພີ່ມ 1 ກໍລະນີ

Published

on

ໃນວັນທີ 9 ມິຖຸນາ 2020 ທີ່ຜ່ານມາ ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານເຖິງຜົນສຳເລັດຄັ້ງຍິ່ງໃຫ່ຍຂອງ ສປປ ລາວ ທີ່ສາມາດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ສໍາເລັດທັງໝົດ 19 ຄົນ ເຊິ່ງກໍລະນີທີ່ອອກໂຮງໝໍສຸດທ້າຍ ແມ່ນກໍລະນີຕິດເຊື້ອທີ່ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວໄດ້ເລີ່ມເຂົ້າປິ່ນປົວຢູ່ໂຮງໝໍ ໃນວັນທີ 8 ມີນາ2020 ແລະ ໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍໃນວັນທີ 9 ມິຖຸນາ 2020

ດຣ ພອນປະເສີດ ໄຊຍະມຸງຄົນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃນວັນທີ ວັນທີ 9 ມິຖຸນາ 2020 ວ່າ: ວັນທີ 8 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ  319 ຄົນ  ໃນນີ້ມີແຮງງານກັບມາແຕ່ປະເທດໄທ 227 ຄົນ ແຮງງານຈີນ 77 ຄົນ ກໍລະນີສົງໄສ 1 ຄົນ ບຸກຄົນທົ່ວໄປທີ່ບໍ່ມີອາການ 13 ຄົນ ຜົນກວດທັງໝົດແມ່ນໃຫ້ຜົນລົບ ໝາຍຄວາມວ່າບໍ່ມີຜູ້ຕິດເຊື້ອເພີ່ມ

ນອກຈາກນີ້ແລ້ວ ທ່ານຍັງໄດ້ລາຍງານເຖິງຕົວເລກຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ທີ່ກຳລັງເປັນອີກໜຶ່ງບັນຫາທີ່ພົ່ນເດັ່ນໃນປະເທດລາວເຮົາ ໂດຍວັນທີ 9 ມິຖຸນາ 2020 ມີຜູ້ຕິດເຊື້ອພະຍາດໄຂ້ຍຸງສະສົມທັງໝົດ 1695 ຄົນ ໃນນີ້ຕິດເຊື້ອຫຼາຍສຸດ ແມ່ນ ນະຄອນຫຼວງວຽງຈັນ ແຂວງວຽງຈັນ ແລະ ແຂວງອັດຕະປື ແລະ ປະຈຸບັນແມ່ນມີຜູ້ເສຍຊີວິດແລ້ວທັງໝົດ 5 ຄົນ ໃນນີ້ແມ່ນເສຍຊີວິດເພີ່ມໃໝ່ 1 ກໍລະນີ ຈາກແຂວງບໍລິຄໍາໄຊ

ແນວໃດກໍ່ຕາມ, ນອກຈາກຈະປ້ອງກັນຕົນເອງຈາກພະຍາດໂຄວິດ-19 ແລ້ວ ພວກເຮົາຍັງຕ້ອງໄດ້ຮ່ວມກັນປ້ອງກັນພະຍາດໄຂ້ຍຸງລາຍໄປພ້ອມໆກັນ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້