ດ່ວນໆ ຊຽງຂວາງປະກາດໃຜທີ່ໄປຮ່ວມງານເຮືອນດີນີ້ ຮີບໄປກວດເກັບຕົວຢ່າງ ຫຼັງພົບ 2 ຄົນຕິດເຊື້ອໂຄວິດ

ມາຮອດປັດຈຸບັນ ເກືອບວ່າທຸກແຂວງໃນລາວ ພົບຜູ້ຕິດເຊື້ອໂຄວິດ19 ເກືອບ ໝົດ ຍັງເຫຼືອພຽງແຂວງ ຫົວພັນ ແຂວງດຽວທີ່ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ19ເທື່ອ ແລະ ທາງຄະນະຮັບຜິດຊອບກໍໄດ້ເຄັ່ງຂັດຄົນເຂົ້າອອກພາຍໃນແຂວງ ປ້ອງກັນຢ່າງເຂັ້ມງວດ.

ແລະ ທີ່ໜ້າຫ່ວງມື້ນີ້ 20 ກັນຍາ 2021 ຄືແຂວງຊຽງຂວາງ ທີ່ເປັນໜຶ່ງທີ່ບໍ່ພົບການຕິດເຊື້ອໃນຊຸມຊົນມາກ່ອນໃນໄລຍະຜ່ານມາ ແຕ່ມື້ນີ້ ອີງຕາມການຖະແຫຼງຂອງຄະນະສະເພາະກິດ, ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ 19 ໄດ້ແຈ້ງວ່າ ພົບຜູ້ຕິດເຊື້ອໃນຊຸມຊົນ 2 ຄົນ ທີ່ແຂວງຊຽງຂວາງ.

ທັງສອງຄົນເປັນເອື້ອຍນ້ອງກັນ (ເພດຍິງ, ອາຍຸ 42 ປີ ອາຊິບ ກໍາມະກອນຕັດຫຍິບໂຮງງານອານປີລາວ ແລະ ເພດຍິງ, ອາຍຸ 34 ປີ, ອາຊີບ ຄ້າຂາຍ) ເຫດຜົນເດີນທາງໄປແຂວງຊຽງຂວາງ ຍ້ອນວ່າໄປສົ່ງສະການພໍ່ເສຍຊີວິດ ຢູ່ບ້ານຫໍສິມ, ເມືອງຜາໄຊ.

ວັນທີ 14 ກັນຍາ 2021 ໄດ້ເດີນທາງຈາກນະຄອນຫລວງວຽງຈັນ ໄປຮອດແຂວງຊຽງຂວາງ, ງານສົບຈັດແຕ່ວັນທີ 14-17 ກັນຍາ 2021, ວັນທີ 17 ກັນຍາ 2021 ໄດ້ສົ່ງສະການພໍ່.

ທາງແຂວງຊຽງຂວາງ ຈຶ່ງໄດ້ປະກາດ ໃຫ້ພໍ່ແມ່ປະຊາຊົນ ຜູ້ໃດໄດ້ຮ່ວມງານເຮືອນດີ ໃຫ້ໄປເກັບຕົວຢ່າງ ພ້ອມທັງຈຳກັດບໍລິເວນຕົນເອງດ້ວຍ ແລະ ພ້ອມກັບແຈ້ງການລ໊ອກດາວແຂວງຊຽງຂວາງເປັນທີ່ຮຽບຮ້ອຍຕາມແຈ້ງການສະບັບນີ້.