ເກີດເຫດເຮືອພິກຂວ້ຳຢູ່ ກົງໂກ ເສຍຊີວິດເກືອບ 20 ຄົນ

ຕາມຂ່າວສານ ຫວຽດນາມ,ເມື່ອບໍ່​ດົນ​ມາ​ນີ້, ເຈົ້າໜ້າທີ່ ກົງໂກ ລາຍງານວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 18 ຄົນ ຈາກເຫດເຮືອ 2 ລຳ ພິກຂວ້ຳ ຢູ່ທາງພາກ ຕາເວັນອອກສຽງເໜືອ ຂອງປະເທດ, ເຫດເກີດຂື້ນ ທີ່ທະເລສາບ ອັລເບີຣ ລະຫວ່າງ ປະເທດ ກົງໂກ ແລະ ອູກັນດາ.

ຊຶ່ງຈຳນວນ ຜູ້ເສຍຊີວິດ ແມ່ນປະຊາຊົນ ກົງໂກ ທັງໝົດ, ສ່ວນສາເຫດ ເບື້ອງຕົ້ນ ແມ່ນເກີດມາຈາກ ການບັນທຸກ ຈຳນວນຄົນ ຫລາຍເກີນໄປ ແລະ ເດີນທາງ ຕອນກາງຄືນ. ແຕ່ຢ່າງໃດ ກໍ່ຕາມ ສາເຫດຕົ້ນຕໍ ພວມຢູ່ລະຫວ່າງ ການສືບສວນ ສອບສວນ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ.

ເນື້ອໃນ: ຂປລ