ສາວຖືກໂຈນດືງກະເປົາ!.. ແຕ່ສາວໂຊກດີ ສູ້ຈົນໄດ້ທັງລົດໂຈນນຳ

ເຊີ່ງສາວລີນາ ໃຈກ້າທີ່ຍອມສະຫລະຂີ່ລົດຕຳໂຈນເພື່ອກອບກູ້ກະເປົາຄືນ ຕອນປີກາຍນີ້

ເລື່ອງມີຢູ່ວ່າ: ເວລາ 9:30 ຕໍ່ໝ້າ ປ້ຳນ້ຳມັນ ໄຊມຸງຄຸນ (ໄກ້ ຮອດໄຟແດງໝອງບືກ) ກາງເວັນແສກໆ😪

ເອົາໂທລະສັບ ໃສ່ຖົງເສື້ອ ສຽບສາຍສະເບົາ ຂີ່ລົດຊ້າໆ ຍ້ອນສະພາບຫົນທາງ ຢ່າງທີ່ເຫັນ ໂຈນ: ຂີ່ລົດຈັກເວັບ ຮ້ອຍ ສີ ແດງດຳ

ທຳອິດຄິດວ່າຫມູ່ຢອກ ຮູ້ສືກໂຕອີກເທື່ອ ມັນໄດ້ໂທລະສັບໄປແລ້ວ ຕອນນັ້ນ ບໍ່ຮູ້ສະຕາກຳໂຕ ເອງວ່າຈະເປັນຫຼືຕາຍ ຄ້ຳລົດໃວ້ກາງທາງ ແລ່ນລົງມາ ໂດດ ດຶງຄໍເສື້ອ ໂຈນ ແລ້ວລົດ ມັນກໍ່ລົ້ມ ໂຕເອງກະຕົກຄອງ ໂຈນກະຕົກຄອງ😂

ຮິບລຸກຂື້ນມາ ຢ້ານມັນຕີ ພໍດີ ມີພົນລະເມືອງດີ ຈອດລົດ ແລ້ວໃຫ້ການຊ່ວຍເຫຼືອ (ຖ້າອ້າຍເຫັນໂພສນີ້ ຕິດຕໍ່ ຫານ້ອງ ຍັງບໍ່ໃດ້ຂອບໃຈ ເພີ່ນ ຂື້ນລົດໄປກ່ອນ )🥰

ໂທລະສັບໄດ້ຄືນ ໄດ້ລົດໂຈນນຳ ແຕ່ບໍ່ທັນໄດ້ໂຕຂໍໃຫ້ທຸກຄົນລະມັດລະວັງ ດຽວນີ້ ເປັນຕາຢ້ານ ບາງຄົນອາດຈະບໍ່ໂຊກດີຄືຂ້ອຍກະມີ

(ຂອບໃຈຜົນລະເມືອງດີ ແລະ ເຈົ້າໝ້າທີ່ໃຫ້ການຊ່ວຍເຫລືອ ໄດ້ທັນເວລາ🙏🏻🙏🏻🙏🏻

ທີ່ມາ