ແຈ້ງຂ່າວເພີມເຕີມເລືອງນ້ອງຊາຍເອົາເຄືອງແບບໜ່ວຍກູ້ໄພນະຄອນຫຼວງ

ແຈ້ງຂ່າວເພີມເຕີມເລືອງນ້ອງຊາຍເອົາເຄືອງແບບໜ່ວຍກູ້ໄພນະຄອນຫຼວງ1624ໄປໃຊ່

ປະຈຸບັນນ້ອງຊາຍແລະແມ່ໄດ້ເຂົ້າມາສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ1624ແລ້ວ

ຍ້ອນນ້ອງຢາກເປັນອາສາກູ້ໄພເລີຍໄປຊອກຫາເສື້ອກູ້ໄພມານຸງໂດຍຮູ້ເທົ່າບໍ່ເຖີງການ ແລະ ຂໍໂທດການຈັດຕັ້ງໜ່ວຍກູ້ໄພນະຄອນຫຼວງ1624ພ້ອມສັງຄົມທີ່ນ້ອງໄດ້ເອົາເຄື່ອງແບບມາໃສ່ ແລະ ເຄື່ອນໄຫວຕາມສະຖານທີ່ຕ່າງໆໃນນະຄອນຫຼວງວຽງຈັນ ໂດຍບໍ່ໄດ້ເປັນອາສາສະໜັກຂອງໜ່ວຍກູ້ໄພ.

ດັ່ງນັ້ນນ້ອງເລີຍເອົາເຄືອງແບບມາມອບໃຫ້ໜ່ວຍງານເກັບໄວແລະຈະປະກອບເອກະສານມາສະໜັກເຮັດຕາມລະບຽບຂອງສະມາຄົມໜ່ວຍງານ.

ທາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນເຮົາບໍ່ໄດ້ເອົາຜິດເອົາແມ່ນນຳນ້ອງແລະຍັງແນ່ນຳໃຫ້ເຂົ້າມາເປັນອາສາຖືກຕາມລະບຽບຂອງໜ່ວຍກູ້ໄພນະຄອນຫຼວງ1624ອີກດ້ວຍ.