ແຊໄວ້ເລີຍ..!!!ເຄັດລັບສຸຂະພາບດີ ອາຍຸຍືນ ດ້ວຍນ້ຳຕົ້ມຍວກກ້ວຍ

ເຄັດລັບສຸຂະພາບດີ ອາຍຸຍືນຍາວນ້ຳຕົ້ມຍວກກ້ວຍ ຂອງດີທີທຸກຄົນເບີ່ງຂ້າມ ແນະນຳໃຫ້ທ່ານຕົ້ມດື່ມມື້ລະຈອກ ຊັບພິຄຸນທີໄດ້ນັ້ນຫລາຍກ່ອນ ອາຫານເສີມແພງໆ ບາງຊະນິດອີກ ເຮົາໄປເບີ່ງຊັບພະຄຸນແລະວິທີເຮັດກັນເລີຍ

ຊັບພະຄຸນ :ມີສ່ວນຊ່ວຍໃຫ້ລະບົບຂັບຖ່າຍປັດສະວະເປັນປົກດະຕິ ສຳລະລ້າງສີ່ງທີ່ຕົກຄ້າງທີ່ຢູ່ພາຍໃນໃຫ້ສະອາດ ຊ່ວຍລະລາຍນີ້ວໄດ້ດີເວົ້າໄດ້ວ່າເປັນເຄື່ອງດື່ມທີມີຊັບພະ

ຄຸນດີເລີດອີຫລີ ຊະນິດຫຍວກທີນິຍົມນຳມາຕົ້ມໄດ້ແກ່ ກ້ວຍຕານີ, ກ້ວຍປ່າ,ກ້ວຍນ້ຳຫວ້າ ແລະຕ້ອງເປັນຫຍວກທີ່ຕົ້ນຍັງບໍ່ທັນອອກດອກປີ

ພະຈະມີທາດບຳລຸງຫລາຍທີສຸດ ຫຍວກກ້ວຍມີໄຍອາຫານທີ່ສາມາດດູດຊັບສີ່ງຕົກຄ້າງຕາມລຳໄສ້ ກະເພາະ ແລ້ວຂັບຖ່າຍອອກມາ

ມີທາດເຫລັກເຊີ່ງເປັນຕົວຊ່ວຍໃນການກະຕຸ້ນການຜະລິດເຮໂມໂກບິນຂອງເລືອດແລະຊ່ວຍໃນພາວະເລືອດຈາງ ແລະ ຊ່ວຍໃນອາການທ້ອງເສຍໄດ້ອີກ.

ວິທີເຮັດ: ນຳຍວກກ້ວຍ ມາຫັ່ນໃຫ້ສະອາດເອົາແຕ່ແກນອ່ອນ ມາໃສ່ຖົງປິດປາກຖົງແລ້ວນຳໄປໃສ່ໃນຕູ້ເຍັນໄວ້ 2-3 ຊົ່ວໂມງ ເມືອຄົບກຳນົດເວລາ ໃຫ້ນຳເອົາໄສ້ກ້ວຍ 1/2 ກິໂລມາຫັ່ນນ້ອຍໆ ໃສ່ຫມໍ້ ເຕີ່ມນ້ຳໃສ່ 2 ລິດຕົ້ມຟົດ 10-15 ນາທີ ແລ້ວຍົກລົງ ປະໃຫ້ເຍັນແລ້ວພ້ອມດື່ມໄດ້ເລີຍ

ວິທີຮັບປະທານ : ດື່ມຄັ້ງລະ 1ແກ້ວ ກ່ອນ ອາຫານ 30 ນາທີ ເຊົ້າ ສວຍ ແລງ

ຂໍ້ແນະນຳ : ເມືອນ້ຳຕົ້ມຫຍວກເຍັນແລ້ວສາມາດໃສ່ຕຸກເກັບໄວ້ໃນຕູ້ເພື່ອດື່ມໄດ້ຫລາຍມື້