ເຮືອນເສຍຫາຍເກືອບ 100 ຫຼັງຄາ ຫຼາຍຄົນຂາດທີ່ພາກອາໄສ

ຄືດັ່ງທີ່ຂ່າວເສດຖະກິດ-ການຄ້າໄດ້ແຈ້ງການແລ້ວກ່ອນໜ້ານີ້

ວ່າຈະມີພາຍຸເຂດຮ້ອນໂກນເຊີນຈະພັດຜ່ານມາປະເທດເຮົາ ເຊິ່ງວານນີ້ຮອດແຂວງສາລະວັນ ເຮັດໃຫ້ປະຊາຊົນ ບ້ານໂພນໄຜ່ພາກເອົາຊີວິດ 01 ຄົນ, ບາດເຈັບ 09 ຄົນ ແລະອີກ 139 ຄົນຂາດທີ່ຢູອາໄສ.

ຢເວລາປະມານ 18:00 ແລງ ວັນທີ 11 ກັນຍາ 2021 ເກີດເຫດມີລົມພະຍຸເຂດຮ້ອນ ໂກນເຊີນ ຜັດຜ່ານ ເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນ ບ້ານໂພນໃຜ່ ເມືອງ ແລະແຂວງສາລະວັນ ໄດ້ຮັບຜົນເສຍຫາຍ ມີເຮືອນລົ້ມ, ຫຼັງຄາເລີກ ມີຈຳນວນ 75 ຫຼັງຄາເຮືອນ.

ໃນນັ້ນເສຍຫາຍໜັກຈຳນວນ 20 ຫຼັງຄາເຮືອນ, ເສຍຫາຍປານກາງ 45 ຫຼັງຄາເຮືອນ ແລະເສຍຫາຍເລັກນ້ອຍ 10 ຫຼັງຄາເຮືອນ, ເຮັດໃຫ້ມີຜູ້ເສຍຊີວິດ 01 ຄົນ ເພດຍິງ ອາຍຸ 50 ກ່ວາປີ, ບາດເຈັບສາຫັດ 02 ຄົນ ແລະບາດເລັກນ້ອຍ 06 ຄົນ ແລະປະຈຸບັນລວມ 139 ຄົນ ຂາດທີ່ຢູ່ອາໄສ.

#ທ່ານ ພິດສະໄໝ ເຂັມວິໄລ ຮອງເລຂາພັກເມືອງໆສາລະວັນ ໄດ້ໃຫ້ສຳພາດໃນຕອນເຊົ້າຂອງວັນ 12 ກັນຍາ 2021 ວ່າ: ປັດຈຸບັນອຳນາດການປົກຄອງແຂວງ ແລະ ເມືອງ ໄດ້ມີການຄົ້ນຄ້ວາ, ແຕ່ງຕັ້ງຄະນະຮັບຜິດຊອບລົງຊ່ວຍເຫຼືອພໍ່ແມ່ປະຊາຊົນ, ຈັດຫາທີ່ພັກພາອາໃສເປັນການຄົ່ວຄາວ ແລະຈັດວາງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຊ່ວຍເຫຼືອສ້ອມແປງເຮືອນໃຫ້ພໍ່ແມ່ປະຊາຊົນຢ່າງຮີບດ່ວນ.

ໃນໂອກາດດຽວກັນນັ້ນຫ້ອງການສະພາປະຊາຊົນແຂວງສາລະວັນ ກໍ່ໄດ້ນຳເອົາເຂົ້າສານ(ໜຽວ) ຈຳນວນ 01 ໂຕນ ມອບໃຫ້ກັບອຳນາດການປົກຄອງບ້ານໂພນໃຜ່ແລ້ວ ເປັນການບັນເທົາໃນເບື້ອງຕົ້ນ.