ທະນາຄານ ລາວ – ຫວຽດ ສາຂາສະຫວັນນະເຂດ ໃຫ້ກໍາລັງໃຈເຈົ້າໜ້າທີ່ ແລະ ຊ່ວຍເຫຼືອປະຊາຊົນ

ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ສາຂາສະຫວັນນະເຂດ ໃຫ້ກໍາລັງໃຈເຈົ້າໜ້າທີ່ ແລະ ຊ່ວຍເຫຼືອປະຊາຊົນ ນະຄອນໄກສອນພົມວິຫານ ຜູ້ກຳລັງໄດ້ຮັບຄວາມຫຍຸ້ງຍາກ ຈາກຜົນກະທົບຂອງພະຍາດລະບາດ ໂຄວິດ-19

ເພື່ອແນໃສ່ຊ່ວຍເຫຼືອກອງກຳລັງເຈົ້າໜ້າທີ່ໆປະຕິບັດວຽກງານໃນການປ້ອງກັນ ແລະ ສະກັດກັ້ນພະຍາດລະບາດ ແລະ ຊ່ວຍເຫຼືອບັນດາຄອບຄົວທີ່ກຳລັງໄດ້ຮັບຜົນກະທົບຈາກ ໂຄວິດ-19.

ໃນວັນທີ 06 ກັນຍາ 2021 ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ (LaoVietBank) ໄດ້ປະຕິບັດການຊ່ວຍເຫຼືອບັນດາເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງຄື: ເຂົ້າສານ, ໝີ່, ໄຂ່ໄກ່, ວິຕາມິນຊີ, ນົມ ແລະ ນໍ້າດື່ມ. ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້,

LaoVietBank ໄດ້ປະຕິບັດການມອບເຄື່ອງໃຫ້ກັບແຕ່ລະຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກດ້ວຍຕົນເອງເພື່ອຮັບປະກັນວ່າ: ເຄື່ອງຊ່ວຍເຫຼືອຈະໄປເຖິງຜູ້ທີ່ທຸກຍາກທີ່ສຸດ, ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໄດ້ມີການລົງໄປຍັງ 03 ບ້ານໃນເຂດນະຄອນໄກສອນພົມວິຫານ, ລວມມີ 34 ຄອບຄົວຢູ່ບ້ານໂພນສະຫວ່າງໃຕ້, ບ້ານຫົວເມືອງເໜືອ, ບ້ານຫົວເມືອງໃຕ້ ແລະ ບັນດາຈຸດກວດກາເຂົ້າ – ອອກນະຄອນ, ບັນດາຈຸດ ກວດຢູ່ເຂດບ້ານແດງລວມ 17 ຈຸດ.

ໃນໄລຍະທີ່ຜ່ານມາ, LaoVietBank ສາຂາສະຫວັນນະເຂດ ກໍ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ທຸກພາກສ່ວນກ່ຽວຂ້ອງມາໂດຍຕະຫຼອດ, ໂດຍສະເພາະ ແມ່ນພະນັກງານເຮັດໜ້າທີ່ປະຕິບັດການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາເມືອງຕ່າງໆພາຍໃນແຂວງຕ່າງໆ ແລະ ໃຫ້ການຊ່ວຍເຫຼືອ ບັນດາປະຊາຊົນຜູ້ທຸກຍາກຂາດເຂີນໃນແຕ່ລະທ້ອງຖິ່ນ.