ດ່ວນ! ຄຳມ່ວນປະກາດ 18 ບ້ານເປັນພື້ນທີ່ສີແດງໃນເມືອງທ່າແຂກ

ຫຼ້າສຸດ ເມືອງທ່າແຂກໄດ້ອອກແຈ້ງການດ່ວນ ສະບັບເລກທີ 69/ສພກ.ທຂ ລົງວັນທີ 6 ກັນຍາ 2021 ໃນການປະກາດ 18 ບ້ານໃນເມືອງທ່າແຂກ ເປັນພື້ນທີ່ສີແດງ (ເຂດທີ່ມີຄວາມສ່ ຽ ງໃນການ ຕິ ດເ ຊື້ ອ).

ໃນແຈ້ງການລະບຸວ່າ: ເນື່ອງຈາກປັດຈຸບັນນີ້ສະພາບການຕິດເຊື້ອໃນຊຸມຊົນ ພາຍໃນເທດສະບານເມືອງທ່າແຂກ ແຂວງຄໍາມ່ວນ ເຫັນວ່າມີທ່າອ່ຽງເພີ່ມຂື້ນ ແລະ ກະຈາຍເປັນວົງກວ້າງໃນແຕ່ລະບ້ານ, ຕໍ່ກັບສະພາບການດັ່ງກ່າວນີ້ ຄະນະສະເພາະກິດເມືອງທ່າແຂກ ໄດ້ສົມທົບກັບຄະນະສະເພາະກິດຂອງແຂວງ ປະເມີນ ແລະ ເຫັນວ່າ ມີຄວາມສ່ຽງສູງທີ່ຈະແຜ່ເຊື້ອອອກສູ່ວົງກວ້າງ ດັ່ງນັ້ນ ຈຶ່ງແຈ້ງມາຍັງທຸກພາກສ່ວນ ປະຕິບັດດັ່ງນີ້:

1. ມອບໃຫ້ຫ້ອງການສາທາລະນະສຸກເມືອງ ສົມທົບກັບຄະນະສະເພາະກິດຂັ້ນແຂວງ ໃຫ້ຮີບຮ້ອນນໍາເອົາ ຄອບຄົວຜູ້ທີ່ຕິດເຊື້ອໃຫ້ເຂົ້າກັກກັນ ແລະ ປິ່ນປົວຢູ່ສູນຂອງແຂວງທີ່ໄດ້ກໍານົດໄວ້ໃຫ້ທັນກັບສະພາບຄວາມເປັນຈິງ ພ້ອມທັງຊອກຫາຜູ້ສໍາຜັດໃກ້ຊິດ ເພື່ອເກັບຕົວຢ່າງໄປກວດຫາເຊື້ອ.2. ສໍາລັບບ້ານ ສັນຕິສຸກ, ບ້ານ ສຸກສະຫວັນ, ບ້ານໂພນສະອາດ, ບ້ານ ສົມສະຫນຸກ, ບ້ານ ສົມສະອາດ, ບ້ານດອນເຄື່ອນຊ້າງ, ບ້ານ ວຽງວິໄລ, ບ້ານ ນາບົງ, ບ້ານ ຫນອງບົວຄໍາ, ບ້ານ ປາກດົງ, ບ້ານ ທ່າແຂກກາງ, ບ້ານ ເລົ່າໂພໄຊ, ບ້ານ ນາເມືອງ, ບ້ານ ໂນນສະຫວ່າງ, ບ້ານ ເລົ່າງົວ, ບ້ານ ດົງມ່ວງໄຂ, ບ້ານ ນາໂດນ ແລະ ບ້ານໂພນ ເຍຍນ້ອຍ ແມ່ນກໍານົດເປັນບ້ານແດງ ເປັນບ້ານທີ່ມີຄວາມສ່ຽງຕໍ່ການລະ ບາດພະຍາດ ໂຄວິ ດ, ພ້ອມທັງມອບ ໃຫ້ຄະນະແກ້ໄຂປະກົດການຫຍໍ້ທໍ້ 07 ເຂດ, ເລຂາຄະນະພັກຮາກຖານ 04 ເຂດ ຊີ້ນໍາການຈັດຕັ້ງບ້ານ ປີດການເຂົ້າ-ອອກບ້ານ ນັບແຕ່ວັນ ທີ 06 ກັນຍາ 2021 ເປັນ ຕົ້ນໄປ ຈົນກວ່າຈະມີການປ່ຽນແປງ ຢ່າງເຂັ້ມງວດ.

3. ມອບໃຫ້ຄະນະປະຈໍາພັກເມືອງ ຜູ້ຊີ້ນໍາໃນແຕ່ລະເຂດ, ເລຂາຄະນະພັກຮາກຖານ 04 ເຂດ, ຄະນະແກ້ໄຂ ປະກົດການຫຍໍ້ທໍ້ 07 ເຂດ ຊີ້ນໍານາຍບ້ານ, ຄະນະສະເພາະກິດຂັ້ນບ້ານຈັດຕັ້ງກໍາລັງ ປກຊ-ປກສ ກຸ່ມບ້ານ ເຄື່ອນໄຫວຕິດຕາມ ກວດກາ, ປ້ອງກັນເວນ ຍາມຕາມຈຸດຕ່າງໆຢ່າງເຫມາະສົມ ເພື່ອກວດກາການເຂົ້າ-ອອກຂອງປະຊາຊົນ ຢ່າງເຂັ້ມງວດ (ຫ້າມເດັດຂາດບໍ່ໃຫ້ມີການເຂົ້າ-ອອກບ້ານດັ່ງກ່າວ ໂດຍບໍ່ມີວຽກຈໍາເປັນ).4. ສໍາລັບບ້ານອ້ອມຂ້າງຄຽງຄື: ບ້ານ ຫາດຄໍາ, ບ້ານ ນາແງວ, ບ້ານ ໂພນຄຸນ, ບ້ານ ຕານ, ບ້ານ ຖ້າ, ບ້ານ ຊຽງແຫວນ, ບ້ານ ນາມມະລາດ, ບ້ານໂຄກເຫັດ, ບ້ານ ໂພນເຍຍໃຫຍ່, ບ້ານ ກຸງສີ, ບ້ານ ຄໍາຂີ້ໄກ່ ແລະ ບານລວງ ລາດຄວາຍ ແມ່ນກໍານົດ ເປັນເຂດບ້ານ ເຫຼືອງ ມອບໃຫ້ການຈັດຕັ້ງບ້ານເອົາ ໃຈໃສ່ຕິດຕາມ ການເຂົ້າ-ອອກ ຂອງປະຊາຊົນພາຍ ໃນບ້ານ ຂອງຕົນຢ່າງເຂັ້ມງວດ, ຫ້າມບໍ່ໃຫ້ເຂົ້າ-ອອກບ້ານທີ່ໄດ້ ກໍານົດເປັນບ້ານແດງ.

5. ສໍາລັບບ້ານພາຍໃນເທດສະບານ ນອກເຫນືອຈາກບ້ານທີ່ໄດ້ປະກາດເປັນບ້ານແດງກອນນັ້ນ ເຫັນດີປະກາດເປັນບ້ານເຫຼືອງ.6. ມອບໃຫ້ຄະນະປະຈໍາພັກເມືອງ (ຜູ້ຊີ້ນໍາແຕ່ລະເຂດ), ຫົວຫນ້າຄະນະແກ້ໄຂປະກົດການຫຍໍ້ທໍ້ຕິດພັນກັບ ວຽກງານກໍ່ສ້າງຮາກຖານການເມືອງ 07 ເຂດ ຊີ້ນໍານາຍບ້ານໃນຄວາມຮັບຜິດຊອບຂອງຕົນ ແຈ້ງໃຫ້ປະຊາຊົນທີ່ໄດ້ ສໍາຜັດໃກ້ສິດ ຫຼື ຜູ້ທີ່ໄປຕະຫຼາດຫຼັກສອງ ແລະ ຫຼັກສາມ ຫາກມີອາການຜິດປົກກະຕິໃຫ້ຮີບຮ້ອນນໍາໂຕເອງມາເກັບ ຕົວຢ່າງຕາມສະຖານທີ່ໆ ທາງເມືອງໄດ້ກໍານົດໄວ້ຄືຢູ່ ໂຮງຮຽນມັດທະຍົມຕອນຕົ້ນຈອມທອງ ຢ່າງຮີບດ່ວນ.7. ມອບໃຫ້ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການລົງໂຄສະນາປະຊາສໍາພັນ ຕໍ່ກັບຜົນຮ້າຍຂອງເຊື້ອພະຍາດດັ່ງກ່າວ ໃຫ້ພໍ່ແມ່ປະຊາຊົນພາຍໃນເມືອງໄດ້ຮັບຊາບ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ.