ປະກາດດ່ວນ! ທ່ານໃດໄປຕະຫຼາດ ຫຼັກ 2 ແລະ ຫຼັກ 3 ຂໍໃຫ້ໄປກວດຫາເຊື້ອໂຄວິດ-1 9

ແຈ້ງການດ່ວນ: ວັນທີ 04-09-2021 ຈາກຄະນະສະເພາະກິດ ແຂວງຄໍາມ່ວນ ໂດຍຜ່ານ ໜ່ວຍກູ້ໄພ ແຂວງຄໍາມ່ວນ.

ທ່ານໃດທີ່ໄດ້ໄປສຳພັດຫຼືໄປຊື້ເຄື່ອງຂອງໃຊ້ຄົວກິນຕະຫຼາດ ຫຼັກ 2 ແລະຫຼັກ 3 ແຂວງຄຳມ່ວນ ໃຫ້ໄປກວດຫາເຊື້ອພະຍາດໂຄວິດ 19 ດ່ວນ ,,,

ເມື່ອມີການຕິດເຊື້ອໃນຊຸມຊົນໃນວົງກວ້າງເພີ່ມຂື້ນ ຈື່ງອອກຈໍ້ຕົກລົງນີ້

ຂໍ້ຕົກລົງ : ຂອງເຈົ້າເມືອງໆ ທ່າແຂກ ວ່າດ້ວຍການກໍານົດເອົາ ໂຮງຮຽນມັດທະຍົມ ຕອນຕົ້ນຈອມທອງ ເປັນສູນເກັບຕົວຢ່າງຜູ້ສໍາພັດໃກ້ສິດ ກັບຜູ້ຕິດເຊື້ອໂຄວິດ-19 ຂອງເມືອງທ່າແຂກ

– ອີງຕາມ ຂໍ້ຕົກລົງຂອງເຈົ້າເມືອງໆ ທ່າແຂກ ສະບັບເລກທີ 164/ຈມ.ທຂ, ລົງວັນທີ 23 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ, ຄະນະປະຈໍາຢູ່ສູນຄວບຄຸມ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ 19 ເມືອງທ່າແຂກ.

– ອີງຕາມ ຄໍາສັ່ງຂອງເຈົ້າເມືອງໆທ່າແຂກ ສະບັບເລກທີ 02/ຈຂ.ຄມ, ລົງວັນທີ 31 ສິງຫາ 2021. – ອີງຕາມ ການຄົ້ນຄວ້າປຶກສາຫາລືຂອງຄະນະສະເພາະກິດຂັ້ນເມືອງ ໃນຄັ້ງວັນທີ 03 ສິງຫາ 2021 .

ເພື່ອເຮັດໃຫ້ການເກັບກໍາຕົວຢ່າງຈາກຜູ້ທີ່ໄດ້ສໍາພັດໃກ້ສິດກັບບຸກຄົນທີ່ຕິດເຊື້ອໃນຊຸມຊົນພາຍໃນເມືອງ ທາແຂກໃຫ້ໄດ້ຮັບຜົນດີ ແລະ ທ່ວງທັນກັບສະພາບການໃນປະຈຸບັນ.

ມາດຕາ 01: ເຫັນດີກໍານົດເອົາ ໂຮງຮຽນ ມັດທະຍົມຕອນຕົ້ນ ຈອມທອງ ເປັນສູນເກັບກໍາຕົວຢ່າງ ຜູ້ທີ່ສໍາພັດໃກ້ສິດຜູ້ຕິດເຊື້ອໂຄວິດ-19 ຂອງເມືອງທ່າແຂກ.

ມາດຕາ 02: ມອບໃຫ້ຄະນະພັກ, ອໍານາດການປົກຄອງບ້ານໃນທົ່ວເມືອງ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ສໍາເລັດເປັນຢ່າງດີ.

ມາດຕາ 03: ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.