ເຈົ້າຂອງຮ້ານບຸມ ຕໍາແອພ໋ອດ ຂໍໂທດທີ່ເວົ້າໃສ່ ຮ້າຍປ້າຍ ສີຕໍ່ເຈົ້າໜ້າທີ່.

ເຈົ້າຂອງຮ້ານບຸມ ຕໍາແອພ໋ອດ ຂໍໂທດທີ່ເວົ້າໃສ່ ຮ້າຍປ້າຍ ສີຕໍ່ເຈົ້າໜ້າທີ່.

ເຈົ້າຂອງຮ້ານບຸມ ຕໍາແອພ໋ອດ ໄດ້ໂພສຜ່ານສື່ສັງຄົມອອນລາຍ ເມື່ອຄັ້ງວັນທີ 21 ສິງຫາ 2021 ວ່າ: ເຈົ້າໜ້າທີ່ບໍ່ມີຄວາມຍຸຕິທໍາ, ເລາະເກັບເງິນປະຊາຊົນ ແຕ່ສິ່ງທີ່ເວົ້າອອກໄປ ແມ່ນບໍ່ມີຄວາມຈິງ, ເປັນຄວາມເຂົ້າໃຈຜິດ ແລະ ຄວາມບໍ່ພໍໃຈຂອງຕົນເອງ ທີ່ເຈົ້າໜ້າທີ່ ແລະ ອໍານາດການປົກຄອງບ້ານ ມາຕັກເຕືອນບໍ່ໃຫ້ເປີດຮ້ານກາຍໂມງທີ່ກໍານົດໄວ້ ແລະ ບໍ່ໃຫ້ເປີດເພງສຽງດັງ, ຄັ້ງສຸດທ້າຍ ວັນທີ 1 ກັນຍາ 2021 ທ້າວ ກອງພົນ ຫຼື ແກ້ມບຸມ ອາຍຸ 30 ປີ ຢູ່ບ້ານໜອງຈັນ ເມືອງສີສັດຕະນາກ ໄດ້ອອກມາຂໍໂທດເຈົ້າໜ້າທີ່ ທີ່ຕົນເອງໄດ້ສ້າງຄວາມເສຍຫາຍຕໍ່ຜູ້ປະຕິບັດໜ້າທີ່ດ້ວຍຄວາມໃຈຮ້າຍ, ຂາດສະຕິ.

ພັທ ບຸນທະວີ ແສງປະທຸມວັນ ຫົວໜ້າ ປກສ ກຸ່ມເພຍວັດ ໄດ້ກ່າວວ່າ: ຮ້ານບຸມ ຕໍາແອພ໋ອດ ດໍາເນີນທຸລະກິດຄ້າຂາຍ ມີການລະເມີດຕໍ່ຄໍາສັ່ງຂອງຄະນະສະເພາະກິດຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ຜ່ານມາ ໃນຄັ້ງວັນທີ 21 ກໍລະກົດ 2021 ປກສ ກຸ່ມເພຍວັດ ສົມທົບກັບພະນັກງານກໍ່ສ້າງຮາກຖານ ແລະ ອໍານາດການປົກຄອງບ້ານ ລົງສຶກສາອົບຮົມກ່າວເຕືອນ ແຕ່ຮ້ານດັ່ງກ່າວ ຍັງມີການລະເມີດເປີດເພງສຽງດັງເນືອງນັນລົບກວນຄົນອື່ນ, ມີຄົນມາໃຊ້ບໍລິການຈໍານວນຫຼາຍຢ່າງແອອັດ ແລະ ບໍ່ຮັກສາໄລຍະຫ່າງ; ຕໍ່ມາວັນທີ 5 ສິງຫາ 2021 ເຈົ້າໜ້າທີ່ໄດ້ເຊີນຜູ້ກ່ຽວມາສຶກສາອົບອີກ ແລ້ວເຮັດໃຫ້ຜູ້ກ່ຽວບໍ່ພໍໃຈຕໍ່ເຈົ້າໜ້າທີ່, ໃນວັນທີ 21 ສິງຫາ 2021 ຈິ່ງໄດ້ຂຽນຂໍ້ຄວາມໂພສລົງເຟສບຸກສ່ວນຕົວ.

ຕໍ່ການກະທຳ ດັ່ງກ່າວ, ເຈົ້າໜ້າທີ່ເຊີນຜູ້ກ່ຽວພ້ອມຜູ້ປົກຄອງມາຫ້ອງການ ປກສ ກຸ່ມເພຍວັດ ສຶກສາອົບຮົມໃຫ້ຮັບຮູ້ເຂົ້າໃຈການກະທໍາຂອງຕົນ ພ້ອມທັງຮຽກຮ້ອງໃຫ້ປະຕິບັດພັນທະໜ້າທີ່ຂອງພົນລະເມືອງ ປະກອບສ່ວນເຂົ້າໃນການເພີ່ມທະວີປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ.

ທີ່ມາ