ຄູບ້ານນອກ ບໍ່ມີເງິນເດືອນ! ແຕ່ພໍຮູ້ເຫດຜົນວ່າເປັນຫຍັງລາວຈຶ່ງສູ້ ຍອມກົ້ມຫົວໃຫ້ເລີຍ! – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຄູບ້ານນອກ ບໍ່ມີເງິນເດືອນ! ແຕ່ພໍຮູ້ເຫດຜົນວ່າເປັນຫຍັງລາວຈຶ່ງສູ້ ຍອມກົ້ມຫົວໃຫ້ເລີຍ!

Published

on

ອາຊີບທີ່ຂ້ອຍເລືອກເຖິງລຳບາກກໍພູມໃຈທຽນດວງນ້ອຍໆທີ່ຈູດເຜົາຕົນເອງເພື່ອເປັ່ງແສງສະຫວ່າງກາງຊົນນະບົດອັນມືດມິດຫວັງພຽງຊ່ວຍນຳທາງໃຫ້ແກ່ເດັກໆ ກ້າວໄປສູ່ແສງສະຫວ່າງແຫ່ງອະນາຄົດ. ອາຊີບທຸກອາຊີບຍ່ອມມີຄວາມສຳຄັນຕໍ່ບຸກຄົນ ແລະສັງຄົມເຊັ່ນດຽວກັນ.

ແຕ່ຖ້າເຮົາມາພິຈາລະນາສະເພາະວິຊາຊີຍຄູໃຫ້ເລິກເຊິ່ງຈະເຫັນວ່າຜູ້ເປັນຄູນັ້ນຕ້ອງຮັບພາລະໜ້າທີ່ຕໍ່ສັງຄົມ ແລະປະເທດຊາດບ້ານເມືອງ ເພາະເປັນໜ້າທີ່ທີ່ປູກຝັງຄວາມຮູ້, ຄວາມຄິດ ແລະຈິດໃຈໃຫ້ແກ່ເຍົາວະຊົນເພື່ອຈະໄດ້ເຕີບໃຫຍ່ເປັນພົນລະເມືອງທີ່ດີ ແລະມີປະສິດທິພາບ ສະນັ້ນ, ຈຶ່ງເວົ້າໄດ້ວ່າຄູຄືຜູ້ສ້າງສັນບັນດາອະນາຄົດຂອງຊາດບ້ານເມືອງ.ຜູ້ຂຽນເຄີຍຄິດເຖິງອາຊີບຄູວ່າຄົງຈະບໍ່ມີຫຍັງທ້າທາຍພໍປານໃດ…ຕື່ນເຊົ້າມາກໍໄປສອນນັກຮຽນຕາມຫຼັກສູດທີ່ໄດ້ຂີດຂຽນໄວ້ ໝົດຊົ່ວໂມງສອນກໍກັບເຮືອນ, ກິນເງິນເດືອນເຊັ່ນດຽວກັບພະນັກງານລັດຖະກອນທົ່ວໄປ. ແຕ່ຕ້ອງປ່ຽນຄວາມຄິດໃໝ່ເມື່ອມີໂອກາດໄປສຳພັດກັບຊີວິດຊົນນະບົດພູດອຍເຂດຫ່າງໄກສອກຫຼີກ ເຂດທີ່ຍັງບໍ່ມີໄຟຟ້າ-ນ້ຳປະປາ, ຫົນທາງໄປມາບໍ່ສະດວກ ສອງຟາກທາງເຕັມໄປດ້ວຍພູຫົວໂລ້ນ ແລະຕໍໄມ້-ຊາກຂອນອັນເກີດຈາກການຈູດໄຮ່ຂອງປະຊາຊົນ ແຕ່ກໍໂຊກດີທີ່ຍັງມີໂຮງຮຽນຫຼັງໜຶ່ງ ແລະສຽງວົນແຊວຈໍແຈຂອງເດັກນັກຮຽນຢູ່ທີ່ນັ້ນ ທີ່ສຳຄັນໄດ້ເຫັນຊີວິດນາຍຄູຜູ້ໜຶ່ງທີ່ຕ້ອງສູ້ຊົນກັບອຸປະສັກຫຼາຍຢ່າງໃນການດຳລົງຊີວິດເພື່ອປະຕິບັດໃຫ້ຫຼ້ອນໜ້າທີ່ຂອງຕົນເອງ.

ຊາຍໜຸ່ມຜູ້ນີ້ ທີ່ຄູສອນໂຮງຮຽນປະຖົມສຶກສາ ບ້ານຜາຫຼັງໝູ ເມືອງພູຄູນ ແຂວງຫຼວງພະບາງໄດ້ກ່າວວ່າ: ຕົນເອງມີຄວາມໄຝ່ຝັນຢາກເປັນຄູສອນມາຕັ້ງແຕ່ຍັງນ້ອຍ ຫຼັງຈາກທີ່ຮຽນຈົບວິທະຍາໄລສ້າງຄູທີ່ແຂວງຫຼວງພະບາງ ເມື່ອປີ 2014ກໍໄດ້ຖືກສັບຊ້ອນມາເປັນຄູອາສາສະໝັກຢູ່ທີ່ໂຮງຮຽນແຫ່ງນີ້ເພື່ອລໍຖ້າເອົາທຶນລັດຖະກອນ. ສະພາບຊີວິດການເປັນຢູ່ແມ່ນຝືດເຄືອງທີ່ສຸດ ທຳອິດຊາວບ້ານໄດ້ປຸກຕູບໃຫ້ເປັນບ່ອນພັກເຊົາຢູ່ໃກ້ໆກັບໂຮງຮຽນ ແຕ່ຜ່ານໄປບໍ່ດົນຝົນຕົກລົມແຮງຕູບກໍມີສະພາບເພພັງ ເຮັດໃຫ້ຕ້ອງໄດ້ຍ້າຍໄປອາໄສຢູ່ເຮືອນນາຍບ້ານ. ການເປັນອາສາສະໝັກຄືມີເງິນເດືອນເລີຍ ຕ້ອງໄດ້ກຸ້ມຕົນເອງທຸກຢ່າງ ຈະໃຫ້ທາງບ້ານສົ່ງເງິນໃຫ້ກໍບໍ່ໄດ້ແລ້ວ ເພາະຄອບຄົວພໍ່ແມ່ກໍເປັນຊາວໄຮ່ຊາວນາ ແລະມີອ້າຍນ້ອງຫຼາຍຄົນ (ຕົນເອງເປັນລູກຊາຍກົກ) ແຕ່ລະມື້ກໍອາໄສເກັບຜັກຫັກໜໍ່ພໍລ້ຽງຊີບ (ແຕ່ມັນກໍຫາຊອກຍາກນັ້ນລະ! ເພາະເປັນເຂດພູດອຍ) ມີບາງຄັ້ງພໍ່ແມ່ຜູ້ປົກຄອງນັກຮຽນກໍເອົາຜັກເອົາເຂົ້າໄຮ່ມາຊ່ວຍເຫຼືອກໍພໍຈຸນເຈືອກັນໄປ.

“ ຕ້ອງສອນມື້ລະ 8ຊົ່ວໂມງ, ສອນທຸກວິຊາ ແລະທຸກຫ້ອງຕັ້ງແຕ່ ປໍ1-ປໍ5 ເພາະຄູຢຸູ່ໂຮງຮຽນຍັງບໍ່ພຽງພໍຖ້າທຽບກັບຈຳນວນນັກຮຽນຕົວຈິງ!” ລຳບາກແບບນີ່ ເຄີຍຄິດຢາກໄປເຮັດວຽກອື່ນ ຫຼືອາຊີບອື່ນໆທີ່ສາມາດສ້າງລາຍໄດ້ຫຼາຍກວ່າທີ່ເປັນຢູ່ຫຼືບໍ່? ຜູ້ຂຽນຖາມກົງໆເຮັດໃຫ້ນາຍຄູງຽບໄປຊົ່ວຂະນະ“ເຄີຍຄິດ ແລະກໍເຄີຍທໍ້ຖອຍ ເນື່ອງຈາກການລໍຄອຍທຶນລັດຖະກອນທີ່ບໍ່ມີກຳນົດວ່າເຮົາຈະໄດ້ມື້ໃດ ອາດຈະ 3 ປີ ຫຼື 5ປີກໍບໍ່ຮູ້ເລີຍ! ເປັນຫ່ວງອະນາຄົດຕົນເອງ ແລະເປັນຫ່ວງຄອບຄົວ ທີ່ເຮົາບໍ່ໄດ້ມີໂອກາດດູແລພໍ່ແມ່ທີ່ນັບມື້ເພິ່ນກໍແກ່ເຖົ້າ ແຕ່ພໍເຫັນໜ້ານັກຮຽນ…ເຫັນແວວຕາຕັ້ງອົກຕັ້ງໃຈເວລາຮຽນໜັງສື ຮູ້ສຶກວ່າເຮົາຄືຄວາມຫວັງອັນດຽວທີ່ຈະຊ່ວຍໃຫ້ພວກເຂົາເຈົ້າໃຫ້ຫຼຸດພົ້ນຈາກສະພາບອັນທຸກຍາກຂາດເຂີນທີ່ພວກເຂົາພວມປະເຊີນຢູ່….ມີແຕ່ຄວາມຮູ້ແບບວິທະຍາສາດເທົ່ານັ້ນ! ທີ່ຈະປ່ຽນແນວຄິດໃຫ້ພວກເຂົາເຈົ້າມີການພັດທະນາຫຼາຍຂຶ້ນ, ຖ້າຫາກພວກເຂົາບໍ່ໄດ້ຮຽນໜັງສືຊີວິດກໍຍັງຈະເປັນຄືເກົ່າ! ຍັງຄົງແລ່ນຕາມຫຼັງພໍ່ແມ່ໄປເຮັດໄຮ່ແບບເລື່ອນລອຍ ແລະໃນອະນາຄົດຂ້າງໜ້າເມື່ອທຳມະຊາດບົກແຫ້ງພວກເຂົາກໍຈະລຳບາກຫຼາຍກວ່ານີ້”

ນີ້ຄືອຸດົມການອັນແຮງກ້າ ຂອງຜູ້ທີ່ຂຶ້ນຊື່ວ່າເປັນແມ່ພິມຂອງຊາດ ທີ່ຍາມໃດກໍປາຖະໜາຢາກຈະເຫັນເດັກນ້ອຍ ແລະເຍົາວະຊົນເຕີບໂຕເປັນຄົນທີ່ມີຄວາມຮູ້ ແລະສາມາດຊ່ວຍເຫຼືອຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກຂາດເຂີນ ເຖິງແມ່ນວ່າຕົນເອງຈະປະເຊີນຄວາມລຳບາກກໍຕາມ. ອາຊີບຄູຄືອາຊີບທີ່ຕ້ອງເສຍສະຫຼະ ແລະຕ້ອງໃຊ້ຄວາມມານະອົດທົນສູງ ໂດຍສະເພາະຄູໃນເຂດຊົນນະບົດຫ່າງໄກສອກຫຼີກ ຖ້າໃຈບໍ່ມັກຮັກໃນອາຊີບນີ້ແທ້ໆພວກເຂົາຄົງປະປ່ອຍໃຫ້ໂຮງຮຽນຮ້າງຄູ ແລະຄວາມຫວັງຂອງເດັກໆກໍຄົງສູນສະຫຼາຍ. ຫວັງຢ່າງຍິ່ງວ່າສັງຄົມຈະເຂົ້າອົກເຂົ້າໃຈ ແລະດູແລເອົາໃຈໃສ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າໃຫ້ດີຍິ່ງຂຶ້ນ.

ບົດໂດຍ: ຊ່າຊ້າ

ພາບ: ອານຸພົນ ພົມຮັກສາ (ຄັດຈາກວາລະສານມະຫາຊົນສະບັບ 234)

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້