ມຊ ເປີດຮັບນັກສຶກສາໃຫມ່! ສາມາດລົງທະບຽນສອບເສັງເຂົ້າໄດ້ແລ້ວ ຈົນຮອດ 8 ກັນຍາ 2021 – ສື່ລາວ.ຄອມ
Connect with us

ຂ່າວການສຶກສາ

ມຊ ເປີດຮັບນັກສຶກສາໃຫມ່! ສາມາດລົງທະບຽນສອບເສັງເຂົ້າໄດ້ແລ້ວ ຈົນຮອດ 8 ກັນຍາ 2021

Published

on

ຂ່າວສານ ມຊ NUoL News ໄດ້ໃຫ້ຮູ້ວ່າ: ໃນການລົງທະບຽນສອບເສັງປີນີ້ ທາງມະຫາວິທະຍາໄລແຫ່ງຊາດ ຈະໄດ້ປະຕິບັດການລົງທະບຽນແບບອອນລາຍ (Online) ເພື່ອຮັບສະໝັກສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ຢູ່ມະຫາວິທະຍາໄລແຫ່ງຊາດ ໃນສົກສຶກສາ 2021-2022

ເຊິ່ງມີລາຍລະອຽດດັ່ງນີ້:+ ວັນສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ທີ່ມະຫາວິທະຍາໄລແຫ່ງຊາດແມ່ນວັນທີ 11 ກັນຍາ 2021

+ ເປີດໃຫ້ລົງທະບຽນອອນລາຍ (Online) ເລີ່ມວັນທີ 17 ສິງຫາ 2021 ເຖິງວັນທີ 8 ກັນຍາ 2021+ ນຳເອກະສານມາສະເໜີ ແລະ ຮັບບັດອະນຸຍາດເຂົ້າຫ້ອງສອບເສັງຈາກການລົງອອນລາຍ (Online) ເລີ່ມວັນທີ 23 ສິງຫາ 2021 ເຖິງວັນທີ 8 ກັນຍາ 2021

+ ກໍລະນີຜູ້ທີ່ບໍ່ສາມາດລົງທະບຽນເອງໄດ້ ແລະ ບໍ່ເຂົ້າໃຈ ແມ່ນສາມາດມາລົງທະບຽນອອນລາຍ (Online) ກັບທີ່ຢູ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ (ສະໂມສອນໃຫຍ່) ເລີ່ມວັນທີ 23 ສິງຫາ 2021ເຖິງວັນທີ 8 ກັນຍາ 2021

+ ສະຖານທີ່ລົງທະບຽນ ແລະ ຮັບບັດອະນຸຍາດເຂົ້າຫ້ອງສອບເສັງ: ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ (ສະໂມສອນໃຫຍ່)

ໃຫ້ນັກສຶກສາ ແລະ ຜູ້ປົກຄອງທີ່ນໍາພານັກສຶກສາມາລົງທະບຽນ ແລະ ມາສອບເສັງເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ໃຫ້ໃສ່ຜ້າປິດປາກປິດດັງ ທຸກຄັ້ງ, ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ

ທີ່ມາ:InsideLaos

Continue Reading

ຂ່າວການສຶກສາ

ກົດໄລ້ ກົດແຊຣ໌ ທະແມ້ ເກັ່ງຫຼາຍໄດ້ຮັບລາງວັນນັກອອກແບບດີເດັ້ນ ພ້ອມກຽມຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ

Published

on

ຊົມເຊີຍເດີ້ ທະນາພອນ ຊວ້ານສວນດາວ ນັກສຶກສາ ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ

ຄວ້າລາງວັນນັກສຶກສາທີ່ສາມາດອອກແບບໄດ້ດີເດັ່ນ ພາຍໃຕ້ຫົວຂໍ້ “ການອອກແບບສະຖາປັດຕະຍະກຳພາຍຫຼັງເກີດພະຍາດໂຄວິດ-19” ຄວ້າລາງວັນນັກອອກແບບດີເດັ່ນ ຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ.

ການແຂ່ງຂັນລາຍການນີ້, ໄດ້ມີການຮ່ວມມືກັນລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ແລະ ມະຫາວິທະຍາໄລຈຳປາສັກ ແຂວງຈຳປາສັກ, ຊຶ່ງໃນຮອບຄັດເລືອກໄດ້ມີການແຂ່ງຂັນມາແຕ່ເດືອນກໍລະກົດ 2022 ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 27 ຄົນ, ຍິງ 7 ຄົນ. ຫຼັງຈາກນັ້ນ, ສາມາດຄັດເລືອກໄດ້ ຈຳນວນ 10 ຄົນ, ຍິງ 4 ຄົນ ທີ່ຜ່ານເຂົ້າຮອບສຸດທ້າຍ ແລະ ຜົນການແຂ່ງຂັນໃນຮອບສຸດທ້າຍນີ້ ປະກົດວ່າ:

ຊະນະເລີດ ຕົກເປັນຂອງນາງ ທະນາພອນ ຊວ້ານສວນດາວ ໄດ້ຮັບໃບຍ້ອງຍໍ ແລະ ກາຍເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ທີ່ມະຫາວິທະຍາໄລລາດກະບັງ ປະເທດໄທ ໃນລະຫວ່າງວັນທີ 19-20 ພະຈິກ 2022 ນີ້.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

Continue Reading

ຂ່າວການສຶກສາ

ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

Published

on

ຂໍສະແດງຄວາມຍິນດີກັບ ນ້ອງ ຈັນນາລີ ຈັນທະປັນຍາ ທີ່ຄວ້າ ໃບປະກາດແດງ ພຽງຄົນດຽວ ຢູ່ໃນພາກວິຊາບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ 2022.

ຈັນນາລີ ກ່າວຕໍ່ໜັງສືພິມວຽງຈັນໃຫມ່ວ່າ ຕົນເອງມີຄວາມຝັນ ຢາກເຮັດ ວຽກຢູ່ອົງການລັດ ຫຼື ເອກະຊົນ ບ່ອນທີ່ດີດີ ແລະ ຢາກມີທຸລະກິດ ເປັນຂອງຕົນເອງ ໃນອະນາຄົດ ຈຶ່ງເລືອກຮຽນ ສາຍວິຊານີ້ ແລະ ຈະນໍາເອົາຄວາມຮູ້ທີ່ຮຽນມາ

ໄປສືບຕໍ່ສານຝັນຂອງຕົນເອງ ໃຫ້ເປັນຈິງ ຄືກັບລຸ້ນອ້າຍເອື້ອຍ ທີ່ຈົບໄປກ່ອນໜ້າ

.

Cr ຮູບ: Ly Channaly

Continue Reading

ຂ່າວການສຶກສາ

ອ່ານດ່ວນ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງ ແລະ ປະກາດຜົນການສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7)

Published

on

ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2021-2022, ສະບັບເລກທີ 3615/ສສກ, ລົງວັນທີ 02 ສິງຫາ 2022.

ສາມາດກວດເບິ່ງຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທີ່ເວັບໄຊ້ ກົມສາມັນສຶກສາ http://www.moes.edu.la/dge/exam-results.php

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້