ຊົມເຊີຍ!!! ແຈ້ງຂ່າວດີ!!! ສປປລາວ ກຽມຕ້ອນຮັບ Sinopham ເພີ່ມອີກ 1ລ້ານໂດສ ຈາກ ສປ.ຈີນ

ຊົມເຊີຍ!!! ແຈ້ງຂ່າວດີ!!! ສປປລາວ ກຽມຕ້ອນຮັບ Sinopham ເພີ່ມອີກ 1ລ້ານໂດສ ຈາກ ສປ.ຈີນ -: ແອໂຣລາວ | AeroLaos ໄດ້ຮັບກຽດ ຈາກກົມການບິນພົນລະເຮືອນ ສປປລາວ ເພື່ອ.

#ແຈ້ງຂ່າວດີ ໃຫ້ທຸກທ່ານໄດ້ຮັບຊາບວ່າ ລັດຖະບານ ສປ.ຈີນ ແຈ້ງຊ່ວຍເຫຼືອ ສະໜອງຢາວັກຊີນ ປ້ອງກັນພະຍາດໂຄວິດ-19 ທີ່ຜະລິດໂດຍ [Beijing Institute Biological Products co.,LTD] #SINOPHARM ໃຫ້ແກ່ລັດຖະບານ ແຫ່ງ ສປປລາວ “ ຈໍານວນ 1 ລ້ານໂດສ ”ໃນໄວໆນີ້ …ເຊິ່ງຂັ້ນຕອນຕ່າງໆ ສໍານັກງານທີ່ປຶກສາດ້ານເສດຖະກິດການຄ້າ ສະຖານທູດ ສປ.ຈີນ ປະຈໍາ ສປປລາວ ,

ຄະນະກໍາມະທິການຮ່ວມມືລາວ-ຈີນ , ກະຊວງ ການຕ່າງປະເທດ ແຫ່ງ ສປປລາວ ແລະ ກະຊວງສາທາລະນະສຸກ ພວມກະກຽມວຽກງານ ດ້ານການຂົນສົ່ງ ເງື່ອນໃຂ ແລະ ລະບຽບການຈໍານວນໜຶ່ງຮ່ວມກັນ ,ຄາດວ່າທຸກຝ່າຍພວມຈະຈັດຕັ້ງປະຕິບັດໂດຍໄວທີ່ສຸດ ສ່ວນດ້ານພິທີການຕ້ອນຮັບ ຈະອັບເດດໃຫ້ຊາບ ຜ່ານຊ່ອງທາງເພຈແອໂຣລາວ.

|ເພຈຂ່າວການບິນ ນະຄອນຫຼວງວຽງຈັນ, 26 ກໍລະກົດ 2021ພາບຂ່າວ: ແອໂຣລາວ | AEROLAOS – ຂໍສະຫງວນຂໍ້ມູນ ຜູ່ເຜີຍແຜ່ຕໍ່ຕ້ອງຂຽນເນື້ອໃນໃຫ້ຄົບຖ້ວນ ແລະ ຫ້າມແຈ້ງຂ່າວເກີນຈິງ **

ຂໍຂອບໃຈ ທີ່ແຊລຂ່າວຢ່າງມີວິໃນໃຫ້ສັງຄົມ #AeroLaos#ເພຈຂ່າວການບິນຂອງລາວ#ຄົມມະນາຄົມລາວ#ກົມການບິນພົນລະເຮືອນ#好消息#老挝#中国