ແຂວງ ສະຫວັນນະເຂດ ເລັ່ງກະກຽມສູນກັກກັນສຳລັບແຮງງານທີ່ກັບມາຈາກຕ່າງປະເທດ.

ແຂວງ ສະຫວັນນະເຂດ ເລັ່ງກະກຽມສູນກັກກັນສຳລັບແຮງງານທີ່ກັບມາຈາກຕ່າງປະເທດ.

ໃນວັນທີ 25 ກໍລະກົດ 2021 ນີ້ ແຂວງສະຫວັນນະເຂດ ໄດ້ເລັ່ງໃສ່ກະກຽມສະຖານທີ່ກັກກັນສຳລັບແຮງງານລາວທີ່ກັບມາຈາກຕ່າງປະເທດ ເຊິ່ງໄດ້ກຳນົດເອົາອາຄານເກົ່າ ທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນ ພົມວິຫານ ເປັນສູນກັກກັນຊົ່ວຄາວ ໂດຍໄດ້ເລັ່ງລະດົມແຮງງານຈາກອົງການຈັດຕັ້ງມະຫາຊົນຂອງພະແນກການ ແລະ ກຳລັງປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ເພື່ອອະນາໄມສະຖາທີ່ໃຫ້ມີຄວາມສະອາດ ແລະ ປອດໄພ ໂດຍພາຍໃຕ້ການຊີ້ນຳ ນຳພາຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ,ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ຂັ້ນແຂວງ ພ້ອມຄະນະໄດ້ພ້ອມກັນເຂົ້າຮ່ວມຂະບວນການຄັ້ງນີ້.

ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ໄດ້ເປີດເຜີຍວ່າ: ເພື່ອເປັນການຮອງຮັບດ້ານສະຖານທີ່ຈຳກັດບໍລິເວນ 14 ສຳລັບແຮງງານລາວທີ່ກັບມາຈາກປະເທດໄທ ຜ່ານດ່ານສາກົນຂົວມິດຕະພາບ 2 ສະຫວັນນະເຂດ – ມຸກດາຫານ ໃຫ້ພຽງພໍ ແລະ ຫຼີກລ່ຽງຄວາມແອອັດທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ 19 ພາຍໃນສູນ ກໍ່ຄືການປ້ອງກັນພະຍາດບໍ່ໃຫ້ມີການລະບາດອອກສູ່ຊຸມຊົນ ຊຶ່ງແຂວງສະຫວັນນະເຂດກໍ່ເປັນແຂວງທີ່ໃຫຍ່ອັນດັບຕົ້ນໆຂອງປະເທດ ແລະ ກໍ່ມີແຮງງານເປັນຈຳນວນຫຼວງຫຼາຍທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງໂດຍສະເພາະແມ່ນປະເທດໄທ ໃນແຕ່ລະວັນໄດ້ມີແຮງງານກັບຄືນປະເທດຈຳນວນ 300 ກວ່າຄົນ ໃນນີ້ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ສູງເຖິງ 30 – 45% ເຊິ່ງຜ່ານມາແຂວງສະຫວັນນະເຂດພວກເຮົາ ກໍ່ໄດ້ມີສູນກັກກັນທັງໝົດຈຳນວນ 11 ສູນໃນນັ້ນໄດ້ຂະຫຍາຍລົງເມືອງມີ 3 ສູນຄື: ເມືອງອຸທຸມພອນ,ຈຳພອນ ແລະ ເມືອງສອງຄອນ ເມືອງລະ 1 ສູນ ແຕ່ຖ້າອີງໃສ່ກັບມາດຕະການໃນການປ້ອງກັນແລ້ວ ໂດຍສະເພາະແມ່ນມາດຕະການຮັກສາໄລຍະຫ່າງຂອງແຮງງານພາຍໃນສູນ ເຫັນວ່າຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ ດັ່ງນັ້ນ ທາງຄະນະສະເພາະກິດຂັ້ນແຂວງຈຶ່ງໄດ້ເລັ່ງໃສ່ສ້າງສູນກັກກັນຕື່ມອີກ ໂດຍກຳນົດເອົາສະຖານທີ່ອາຄານຫຼັງເກົ່າທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນພົມວິຫານ ເປັນສະຖານທີ່ກັກກັນແຮງງານແຫ່ງໃໝ່ຂອງແຂວງ ເຊິ່ງສະຖານທີ່ດັ່ງກ່າວມີເນື້ອທີ່ກວ້າງຂວາງສາມາດຮອງຮັບແຮງງານໄດ້ຫຼາຍເຖິງ 10.000 ກວ່າຄົນ.

ທ່ານຮອງເຈົ້າແຂວງຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ແຮງງານທີ່ເຂົ້າມາແຂວງສະຫວັນນະເຂດ ຈາກຕົວເລກຫຼ້າສຸດປະຈຳວັນທີ 24 ກໍລະກົດ 2021 ມີທັງໝົດ 2.907 ຄົນ,ທົ່ວແຂວງມີຜູ້ຕິດເຊື້ອພະຍາດໂຄວິດ 19 ທີ່ກຳລັງປິ່ນປົວຢູ່ໂຮງໝໍພາກສະໜາມຂອງແຂວງໃນປັດຈຸບັນມີຈຳນວນທັງໝົດ 1.020 ຄົນ ແລະ ໃນໂອກາດດັ່ງກ່າວນີ້ ທ່ານຮອງເຈົ້າແຂວງ ກໍ່ໄດ້ຮຽກຮ້ອງມາຍັງພະນັກງານ,ທະຫານ,ຕຳຫຼວດ ຕະຫຼອດຮອດປະຊາຊົນທຸກຄົນທັງໃນຕົວເມືອງ ແລະ ຊົນນະບົດ ຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມມາດຕະການ,ແຈ້ງການ ກໍ່ຄືຄຳສັ່ງຕ່າງໆຂອງຄະນະສະເພາະກິດຂັ້ນສູນກາງ,ຂັ້ນແຂວງວາງອອກຢ່າງເຂັ້ມງວດ ໃນການປ້ອງກັນ,ສະກັດກັ້ນ ແລະ ຕອບໂຕ້ການແຜ່ລະບາດພະຍາດໂຄວິດ 19.