ຕື່ນໂຕດ່ວນ! ໃຜຮ່ວມງານບຸນເຂົ້າພັນສາ ວັດບ້ານໂພນ ເມືອງ ລະມາມ ໃຫ້ຈຳກັດບໍລິເວນ

ຕື່ນໂຕດ່ວນ! ໃຜຮ່ວມງານບຸນເຂົ້າພັນສາ ວັດບ້ານໂພນ ເມືອງ ລະມາມ ໃຫ້ຈຳກັດບໍລິເວນ ເພື່ອລໍຖ້າກວດໂຄວິດ.

ໂດຍອີງຕາມ ແຈ້ງການຂອງຄະນະສະເພາະກິດຂັ້ນແຂວງ ໃນວັນທີ 24 ກໍລະກົດ 2021 ກ່ຽວກັບການເຂັ້ມງວດປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19.

ເຈົ້າເມືອງອອກຄໍາສັ່ງດ່ວນ ໂດຍໃຫ້ກໍານົດເອົາບ້ານໂພນ ເປັນບ້ານທີ່ມີຄວາມສ່ຽງສູງທີ່ສຸດ, ຫ້າມບຸກຄົນພາຍໃນ ແລະ ພາຍນອກເດີນທາງເຂົ້າອອກບ້ານ, ສໍາລັບບຸກຄົນໃດ ທີ່ໄດ້ໄປຮ່ວມໃສ່ບາດຢູ່ວັດບ້ານໂພນ ໃນວັນບຸນເຂົ້າພັນສາ ວັນທີ 24 ກໍລະກົດ 2021 ໃຫ້ຮີບຮ້ອນແຈ້ງລາຍຊື່ ຕົນເອງໃຫ້ອົງການປົກຄອງບ້ານຂອງຕົນ ເພື່ອສັງລວມ ແລະ ລາຍງານໃຫ້ຄະນະສະເພາະກິດຂັ້ນເມືອງ,

ພ້ອມທັງກັກໂຕເອງຢູ່ເຮືອນ ບໍ່ໃຫ້ອອກໄປສໍາຜັດກັບບຸກຄົນອື່ນ ໃນໄລຍະ 7 ວັນ ເພື່ອລໍຖ້າເຈົ້າໜ້າທີ່ສະເພາະກິດໄປເກັບເອົາຕົວຢ່າງ ເພື່ອຊອກຫາເຊື້ອພະຍາດ ໂຄ ວິ ດ.

ສໍາລັບບ້ານໂພນ ໃຫ້ປິດຮ້ານອາຫານ, ຮ້ານກິນດື່ມ, ຮ້ານເສີມສວຍ, ຮ້ານຕັດຜົມ, ສັ່ງວຽນໄກ່ຕີ, ຮ້ານສະນຸກເກີ ແລະ ສະຖານທີ່ອື່ນ ທີ່ມີການເຕົ້າໂຮມຈໍານວນຄົນຫຼາຍ.

ສໍາລັບຮ້ານ ຂາຍຍົກ-ຂາຍຍ່ອຍ, ຕະຫຼາດສົດ ໃຫ້ເປີດໄດ້ປົກກະຕິ ແຕ່ຕ້ອງປະຕິບັດມາດຕະການປ້ອງກນພື້ນຖານ.