ຢ່າຫາເຮັດ.! ຂີ້ລົດຈັກບີບແກໄລ່ລົດ 12 ລໍ້ ແລ້ວແຊງລັດໜ້າ ແອບອ້າງເປັນເຈົ້າໜ້າທີ່

ຢ່າຫາເຮັດເດີ້ແບບນີ້…!!! ຂີ້ລົດຈັກບີບແກໄລ່ລົດ 12 ລໍ້ ແລ້ວແຊງລັດໜ້າ ແອບອ້າງເປັນເຈົ້າໜ້າທີ່ ສຸດທ້າຍຖືກສວນກັບ ຫງາຍເຫງີບຊັນລະບໍ!

ເລື່ອງມີຢູ່ວ່າ: ມີຜູ້ໂພສຈາກສື່ສັງຄົມອອນລາຍ ຊື່ ເພຈ ສຸກປະເສີດຂົນສົ່ງ ບຸນປະເສີດ ໄດ້ໂພສລົງວ່າ ມີຜູ້ຊາຍຄົນໜຶ່ງ ແອບອ້າງວ່າເປັນເຈົ້າໜ້າທີ່ການຄ້າເມືອງ.

ຂີ້ລົດຈັກຈັກໄລ່ພ້ອມທັງບີບແກລົດ12ລໍ້ ແລ້ວກໍ່ແຊງໄປລັດທາງໜ້າ ຂໍກວດສິນຄ້າ ຜູ້ກ່ຽວອ້າງວ່າເປັນເຈົ້າໜ້າທີ່ຂອງເມືອງ ແຕ່ຜູ້ທີ່ຂີ້ລົດ12ລໍ້ໄດ້ສໍ້ຖາມຄືນ ພັດລົມບໍ່ຮູ້ເລືອງຄ້າຍຄືຄົນເມົາ ສຸດທ້າຍຖືກສວນຫງາຍເຫງີບ.

ເຫດການນີ້ເກີດຂື້ນຢູ່ທີ່ ແຂວງສະຫວັນນະເຂດ ແຖວໂຮງງານນ້ຳຕານ ດົງເຫັນ ຝາກພາກສ່ວນກ່ຽວຂອງກວດສອບດ່ວນວ່າຈິງຫຼືເທັດຖ້າເປັນແບບນີ້ ບ້ານເມືອງຢູ່ຍາກ.

ແນວໃດກໍ່ຕາມຂໍໃຫ້ໃຊ້ວິຈາລະນະຍານໃນການຮັບຊົມເດີ້