ລົດຕູ້ແຮງງານຊາວລາວ ຕຳເສົາໄຟທີ່ນະຄອນພະນົມ ພົບຜູ້ບາດເຈັບ ແລະ ຕິດໂຄວິດ

ສຳນັກຂ່າວວິທະຍຸໂທລະທັດ ຊ່ອງ 7 ໄທ ລາຍງານເມື່ອວັນທີ 14 ກໍລະກົດວ່າ ລົດຕູ້ແຮງງານຊາວລາວທີ່ຈະກັບປະເທດໄດ້ຕຳເສົ້າໄຟຟ້າທີ່ນະຄອນພະນົມ ໂດຍພົບວ່ານອກຈາກມີຜູ້ໄດ້ຮັບບາດເຈັບແລ້ວ, ຍັງມີຜູ້ຕິດເຊື້ອໂຄວິດ-19 ຢູ່ພາຍໃນລົດອີກດ້ວຍ.

ການເກີດເຫດຄັ້ງນີ້ມີຜູ້ບາດເຈັບເປັນຄົນຂັບລົດຊາວໄທ ແລະ ຜູ້ໂດຍສານແຮງງານລາວທັງຊາຍ ແລະ ຍິງ 6 ຄົນ.

ຫຼ້າສຸດໂຮງໝໍນະຄອນພະນົມໄດ້ປະສານຄະນະກຳມະການຄວບຄຸມໂຣກຕິດຕໍ່ເພື່ອກວດຫາເຊື້ຶອໂຄວິດ-19 ຊຶ່ງຜົນອອກມາພົບວ່າ ມີຜູ້ໂດຍສານ ແຮງງານລາວ 2 ຄົນມີຜົນກວດເປັນບວກ ໂດຍເດີນທາງມາຈາກກຸງເທບທະຫານນະຄອນ ເຮັດໃຫ້ໂຮງໝໍນະຄອນພະນົມຕ້ອງສັ່ງໃຫ້ກັກຕົວກຸ່ມສ່ຽງທີ່ເຂົ້າໄປຊ່ວຍເຫຼືອຜູ້ບາດເຈັບທັງເຈົ້າໜ້າທີ່ກູ້ຊີບ ກູ້ໄພແພດ ແລະ ຄົນໃກ້ສິດເກືອບ 10 ຄົນຕ້ອງກັກຕົວເພື່ອຕິດຕາມອາຫານ, ສ່ວນຜູ້ໄດ້ຮັບບາດເຈັບຈະຕ້ອງໄດ້ເຂົ້າຮັກສາກວດເບິ່ງອາຫານທຸກຄົນ ທັງໝົດ 6 ຄົນ ລວມທັງຄົນຂັບລົດໂດຍສານຄັນດັ່ງກ່າວອີກດ້ວຍ.

ຜ່ານການສອບສວນເບື້ອງຕົ້ນຊາບວ່າ ແຮງງານກຸ່ມດັ່ງກ່າວເດີນທາງມາຈາກກຸງເທບມະຫານະຄອນຫຼັງຕົກງານເນື່ອງຈາກສະຖານະການການແພ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໂດຍຈະເດີນທາງໄປຂ້າມຂົວມິດຕະພາບໄທ-ລາວທີ່ນະຄອນພະນົມ- ຄຳມ່ວນ ເພື່ອກັບປະເທດ ແຕ່ມາປະສົບອຸປະຕິເຫດເສຍກ່ອນເນື່ອງຈາກຄົນຂັບລັບໃນ.