ພົບພະບາບານ ຕິດເຊື້ອຈາກການເບີ່ງແຍງ ຜູ້ຕິດເຊື້ອໂຄວິດ-19

ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນທີ 15 ກໍລະກົດ 2021 ໂດຍ ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ:

ນະຄອນຫຼວງວຽງຈັນ ໄດ້ກວດພົບຜູ້ຕິດເຊື້ອໃໝ່ 1 ຄົນ, ເຊີ່ງຜູ້ກ່ຽວແມ່ນ ພະຍາບານ ທີ່ເປັນຜູ້ເບີ່ງແຍງຜູ້ຕິດເຊື້ອໂຄວິດ-19 ໂດຍຜູ້ກ່ຽວບໍ່ໄດ້ໄປໃສ່ ແລະ ມີຜູ້ສຳພັດໃກ້ຊິດທັງໝົດ 6 ຄົນ

ເຊີ່ງທັງໝົດໄດ້ຮັບການກວດເຊື້ອແລ້ວ ຜົນກວດເປັນລົບ ແຕ່ຍັງຕ້ອງໄດ້ກັກໂຕອີກ 14ວັນເພື່ອຕິດຕາມອາການ

ທີ່ມາ