ບໍ່ແມ່ນຄວາມຈິງ ຊີ້ແຈງຂ່າວແຮງງານລາວລອຍຂ້າມນໍ້າຂອງກັບຄືນປະເທດ

ຈາກກໍລະນີມີຄົນເຜີຍແຜ່ຄລິປວິດີໂອວ່າ ມີແຮງງານລາວ ປະມານ 3-4 ຄົນ ທີ່ເຮັດວຽກຢູ່ໄທລອຍຂ້າມນໍ້າຂອງເພື່ອກັບຄືນມາລາວຢູ່ເຂດເທດສະ ບານນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ໃນທ້າຍອາທິດຜ່ານມານີ້ ເຮັດໃຫ້ເປັນຂ່າວດັງໃນສື່ສັງຄົມອອນລາຍ ແລະ ສ້າງຄວາມແຕກຕື່ນໃນສັງຄົມ ເພາະຢ້ານວ່າຈະນໍາເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດໃນລາວ.

ຕໍ່ເຫດການທີ່ເກີດຂຶ້ນ ພົນຈັດຕະວາ ສີ ທະວີໄຊ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ຄະນະກໍາມະການຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າ:

ຂ່າວດັ່ງກ່າວບໍ່ມີມູນຄວາມຈິງແຕ່ຢ່າງໃດ ເພາະທັນທີທີ່ມີຂ່າວນີ້ເກີດຂຶ້ນ ຄະນະຮັບຜິດຊອບທີ່ກ່ຽວຂ້ອງໄດ້ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງ ພົບວ່າ: ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດ ທີ່ປະຊາຊົນໃຊ້ເປັນໂປ່ມມອງເພື່ອຫາປາເທົ່ານັ້ນ ບໍ່ແມ່ນຄົນລອຍນໍ້າຂ້າມມາແຕ່ຢ່າງ ໃດ.

.

ສ່ວນ ພັນເອກ ສົມໝາຍ ພົມມະຈັນ, ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ສໍາພາດວ່າ: ສໍາລັບຜູ້ເຜີຍແຜ່ຄລິປທີ່ບໍ່ມີມູນຄວາມຈິງໃນຄັ້ງນີ້ ກອງບັນຊາການ ປກສ ແຂວງ ໄດ້ມອບໃຫ້ ປກສ ນະ ຄອນໄກສອນ ພົມວິຫານ ເພື່ອນໍາຜູ້ກ່ຽວມາສຶກສາອົບຮົມບໍ່ໃຫ້ເຮັດແບບນີ້ອີກຕໍ່ໄປ.

ໂດຍ: ບຸນຕຽງ ຈັນທະວົງ, Lao national Radio