ອິຕາລີ​ ຄວ້າແຊັມ EURO 2020​ ໄປຄອງ​ ຫຼັງເຕະຈຸດໂທດ​ ເອົາຊະນະ ອັງກິດ​ ໄປ​ 3-2​ ປະຕູ.​

ອິຕາລີ​ ຄວ້າແຊັມ EURO 2020​ ໄປຄອງ​ ຫຼັງເຕະຈຸດໂທດ​ ເອົາຊະນະ ອັງກິດ​ ໄປ​ 3-2​ ປະຕູ.​

ການແຂ່ງຂັນບານເຕະ​ EURO 2020​ ຮອບຊີງຊະນະເລີດ ໄດ້ຈັດຂຶ້ນທີ່ນະຄອນຫຼວງລອນດອນ,​ ປະເທດອັງກິດ​ ໃນຕອນເຊົ້າ​ຂອງວັນທີ​ 12​ ກໍລະກົດ​ (ຕາມເວລາ​ບ້ານເຮົາ)​ ລະຫວ່າງທີມຊາດອັງກິດ ພົບກັບ ທີມຊາດອິຕາລີ

ເປີດເກມການແຂ່ງຂັນມາໄດ້ພຽງ 2​ ນາທີ​ ອັງກິດ​ ຍິງປະຕູຂຶ້ນນຳກ່ອນ ຈາກການຍິງຂອງ Luke Shaw ແລະ​ ຕໍ່ມາໃນນາທີ​ 67​ ອິຕາລີ​ ກໍໄດ້ຍິງປະຕູຕີສະເໜີ ຈາກການຍິງຂອງ​ Leonardo Bonucci.​

ຈາກນັ້ນທັງຝ່າຍບໍ່ສາມາດຍິງປະຕູກັນໄດ້​ ຈົນຕ້ອງຕໍ່ເວລາພິເສດໃນການແຂ່ງຂັນອີກ 30​ ນາທີ​ ແຕ່ກໍ່ຍັງສະເໝີກັນ 1-1.​ ເຮັດໃຫ້ຕ້ອງຕັດສິນແຊັມໂດຍການເຕະຈຸດໂທດ ຜົນປະກົດວ່າ ອິຕາລີ​ ເຮັດໄດ້ດີກວ່າ ເອົາຊະນະ ອັງກິດ​ 3-2.

ສົ່ງຜົນເຮັດອິຕາລີ​ ຄວ້າແຊັມ EURO ມາໄດ້ໃນຮອບ 53​ ປີ​ ພາຍຫຼັງເຄີຍໄດ້ຄັ້ງດຽວໃນປີ 1968.

..

.

..

..

..

.

.

.

.

ຮູບຈາກ: EURO​ 2020