ຊີວິດໃໝ່ໂຄດດີ ຮັກແທ້ມີຢູ່ຈິງ ສາວ​ແມ່​ຮ້າງ​ລູກ​ຕິດ​ພົບ​ຮັກ​ແທ້​ ພຽງ 6 ເດືອນ​ ກຳ​ລັງ​ຈະ​ມີ​ທຸກ​ຢ່າງນຳ​ກັນ ລົດ, ເຮືອນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຊີວິດໃໝ່ໂຄດດີ ຮັກແທ້ມີຢູ່ຈິງ ສາວ​ແມ່​ຮ້າງ​ລູກ​ຕິດ​ພົບ​ຮັກ​ແທ້​ ພຽງ 6 ເດືອນ​ ກຳ​ລັງ​ຈະ​ມີ​ທຸກ​ຢ່າງນຳ​ກັນ ລົດ, ເຮືອນ

Published

on

ຄວາມ​ຮັກຫຼາຍ​ຄົນ​ສົມ​ຫວັງ ຫຼາຍ​ຄົນ​ຜິດ​ຫວັງ ແຕ່​ກໍ​ມີຫຼາຍໆ​ຄົນ​ທີ່​ມີ​ຊີ​ວິດ​ທີ່​ດີ​ຂື້ນຫຼັງ​ຄວາມ​ຜິດ​ຫງວັງ ພຽງ​ແຕ່​ກ້າ​ເປີດ​ໂອ​ກາດ​ໃຫ້​ຕົນ​ເອງດ ປ່ຽນ​ແປງ​ຕົນ​ເອງ​ໃນ​ທາງ​ທີ່​ດີ

ດັ່ງ​ເລື່ອງ​ລາວ​ຂອງ​ຄູ່​ຮັກ​ຄູ່​ນີ້ ທີ່​ຝ່າຍ​ຍິງ​ເປັນ ແມ່​ຮ້າງ​ລູກ​ຕິດ ແຕ່​ຝ່າຍ​ຊາຍ​ບໍ່​ໄດ້​ສົນ​ໃຈ ໂດຍ​ເຟດ​ບຸກ Noudy Deenoy ໄດ້ເພີ່ມ 73 ຮູບໃຫມ່ ລົງໃນອາລະບ້ຳ: ຄົບຮອບ1ປີ ວ່າ:

ຂ້ອຍເປັນແມ່ຮ້າງລູກຕິດຟັງເບິ່ງແລ້ວ ຄືສິບໍ່ມີຜູ້ຊາຍຄົນໃດຮັບໄດ້ແລະເປັນຕາອາຍທີ່ຈະຄົບເປັນແຟນລູກກະຍັງນ້ອຍໆ

ແຕ່ບໍ່ໜ້າເຊື້ອວ່າ ຊີວິດໃໝ່ສິດີປານນີ້ ຍ້ອນເຮົາເຮັດດີທຳດີຊື່ສັດຮູ້ເຮັດຮູ້ຫາໃຫ້ເພີ່ນເຫັນຄວາມດີ ຫຼື ບໍ່ຈັ່ງມີຊີວິດດີໆ ນີ້ເກີດຂື້ນ

ມື້ແລກທີ່ເຊັ່ນໃບຍ່າຮ້າງ ຂ້ອຍເຊັ່ນແລ້ວຕອນເຊົ້າ ຕອນແລງຂ້ອຍນັດກັບໝູ່ມາເຈິກັນຢູ່ປາກເຊ ຂ້ອຍຂີ່ຍົນມາໃນມື້ນັ້ນເລີຍມາສະຫຼອງຄວາມໂສດ 3 ສາວ ບັງເອີນໝູ່ຂ້ອຍຮ້ອງສ່ຽວມານັ່ງກິນເຂົ້ານຳ ເຊິ່ງສ່ຽວໝູ່ຂ້ອຍນັ້ນກະຄືນ ຜູ້ຊາຍຄົນນີ້.

ມື້ແລກທີ່ເຈິກັນ ແມ່ນຮ້ານອາຫານ ຊິຈັງປາກເຊ ລົມກັນມ່ວນຫົວ ເວົ້າເລື້ອງລາວຕ່າງໆສູ່ກັນຟັງແລະໝູ່ກະບອກລາວວ່າຂ້ອຍເປັນແມ່ຮ້າງລູກ1 ຫາກະປະຜົວມາ ໃໝ່ໆ ມື້ນີ້ ຈາກນັ້ນກໍ່ຂໍເຟສກັນ ຕອນກັບລາວອາສາໄປສົ່ງ ແລະ ທຸກມື້ກະໂທລົມກັນແບບອ້າຍນ້ອງຈົນຕໍ່ມາ 1ເດືອນ ຈັ່ງຂໍກັນເປັນແຟນ ແລະຂ້ອຍກະທ່ຽວໄປມາ ຫາສູ່ກັນ ພາໄປກິນເຂົ້າກັບພໍ່ແມ່ ເຂົ້າຫາຄອບຄົວກ່ອນ ລາວພາໄປທ່ຽວຫວຽດ ພາໄປເຮັດບຸນ ຕໍ່ມາຂ້ອຍກະພາລາວມາວຽງມາຫາລູກ ລາວສະໄພ້ວັນເກີດ

ເຂົ້າກັບລູກໄດ້ ຮັກເຮົາລະຮັກລູກເຮົານຳ ຮັບທຸກຢ່າງທີ່ເຮົາຜ່ານມາໄດ້ ໂດຍບໍ່ເຄີຍເວົ້າເລື້ອງອາດີດຂອງເຮົາ
ຈາກຕໍ່ມານ້ຳຖ້ວມປາກເຊ ຂ້ອຍກະພາລາວຂີ່ຍົນກັບເຊ ຂ້ອຍໄດ້ມາເຮັດອາຫານບໍລິຈາກເຄື່ອງ ບໍລິຈາກອາຫານ ຂ້ອຍເລີຍມາຢູ່ເຊທຳມາຫາກິນຢູ່ເຊເລີຍ ຈາກຄົບກັນເປັນແຟນ ຈົນຮອດ5ເດືອນ ພໍ່ແມ່ລາວ ກໍ່ມາສູຂໍຂ້ອຍຢູ່ເຮືອນພີ່ນ້ອງຂ້ອຍ ສິນສອດທອງໝັ້ນ ໄວ້ ຄັກແນ່ ຈົດທະບຽນສົມລົດຖືກຕ້ອງຕາມປະເພນີ ຈົນຮອດ ທີ່ 23/2/2020 ເຮົາໄດ້ຈັດງານແຕ່ງເພື່ອໃຫ້ສົມກຽດສົມໜ້າຕາງານບໍ່ໃຫຍ່

ແຕ່ກະຍັງດີທີ່ມີມື້ນີ້ ຈາກແຕ່ງານກັນມາ ຮອດມື້ນີ້ ເຮົາເຮັດຫານຳກັນ ມາຊ່ວຍເຫຼືອກັນແບ່ງເບົາພາລະກັນໃສ່ໃຈກັນ ສູ້ຊົນນຳກັນ ເຈັບເປັນມາໄດ້ດູແລກັນ ພຽງ6ເດືອນ ເຮົາ ມີດິນເຮົາເລີ້ມເຮັດຮົ້ວ ເລີ້ມຕັ້ງເສົາເຮືອນ ເຮົາຢູ່ນຳກັນບໍ່ຮອດປີ ເຮົາມີລົດຂີ່ມີຮ້ານ ມີດິນດອນຕອນຫຍ້າ ຍ້ອນເຮົາສູ້ຊົນອົດທົນ ໜັກເບົາ ອະໄພໃຫ້ກັນ ສູ້ນຳກັນ ມາຮອດທຸກມື້ນີ້ຍ້ອນເຮົາຮັກກັນຊື່ສັດຕໍ່ກັນ.

ຈັ່ງມີມື້ນີ້. ຂອບໃຈທີ່ບໍ່ຖິ້ມກັນຍາມລຳບາກທີ່ຜ່ານມາເລີ້ມຕົ້ນຈາກສູນມານຳກັນ

.

.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້