ໜ້າເສົ້າເສຍໃຈນຳເດີ້ລູກໃຊ້ຊີວິດຢູ່ກັບພໍ່ແມ່ພຽງ 148ມື້4ເດືອນປາຍເທົ່ານັ້ນແລ້ວກໍຈາກໄປ

ຈາກໂພສ Nang Sounakhen ໂພສວ່າ RIP ລົງເກັບໄວ້ເຕືອນຄວາມຊົງຈຳໃນແຕ່ລະປີວ່າມ໋ະກັບປ໋ະມີລູກຊາຍຫລ້າ ຊື່ຟ້ານຫລິນ

ຕັ້ງແຕ່ທ້ອງປຸ້ງຈົນຮອດມື້ລູກເກີດແລະມື້ຈາກໄປ ເກີດມາແຂງແຮງດີຫມົດທຸກຢ່າງນຳ້ຫນັກ 2.940g ຍາວ 51 ເຊັນ ຮອບຫົວ30cm ເປັນລູກຜູ້ທີ 3

.

.

ເລີ່ມໄດ້ 2 ເດືອນລູກກະເລີ່ມເຈັບອອດໆແອດໆ ເປັນພູມແພ້ ແພ້ນົມແພ້ໄຣຟຸ່ນ ພູມຕ້ານທານຕຳ່ເລີຍຕິດຫັ້ນຕິດນີ້ງ່າຍ ຄອບຄົວເລີ່ມປົວລູກມາຕະຫລອດບໍ່ມີໃຜໄດ້ຮອດພັກຜ່ອນເຕັມທີ່ ລູກບໍ່ເຄີຍຊິໄດ້ນຸ່ງເຄື່ອງງາມເພາະລູກຕ້ອງໄດ້ຢູ່ຫ້ອງແອຕະຫລອດເວລາ ໄດ້ນຸ່ງເສື້ອກ້າມຕະຫລອດເພາະບໍ່ໄຫ້ອັບເອົ້າບໍ່ຊັ້ນຕຸ່ມແພ້ຊິຂື້ນ

.

ທຸກໆ 3 ມື້ມ໋ະຕ້ອງໄດ້ພາລູກໄປກວດຄືນເພື່ອຕິດຕາມອາການ ຫມົດເງິນເກືອບນັບບໍ່ໄດ້ໃນແຕ່ລະມື້ ແລະຕ້ອງໄດ້ໃຊ້ໂລຊັ້ນ 2-3ຢ່າງ ເຂົ້າອອກຄີນິກຕະຫລອດ ເຂົ້າອອກໂຮງຫມໍ2ເທື່ອ ຈົນເທື່ອລ່າສຸດແມ່ນເທື່ອທີ 3 ມີຖອກທ້ອງ ໄຂ້ ຕຸ່ມຮ້ອນໃນຢູ່ຄໍ ນອນໂຮງຫມໍມື້ທີ 2ຫມໍສີດຢາໄຫ້ແລ້ວປຸບລະມີອາການສັ່ນໄກ້ຈະຊ໋ອກເລີຍໄດ້ລົງໄປຕິດຕາມຢູ່ICU ເລີ່ມນັ້ນມາລູກເລີ່ມມີອາການທ້ອງເບັງບໍ່ສະບາຍໂຕ ໄດ້ໃສ່ເລືອດ ຫມໍໄຫ້ງົດກິນນົມ

.

ມ໋ະກັບປ໋ະພວາມກຽມແລ່ນເອກະສານເພື່ອຈະໄປປົວຢູ່ໄທແຕ່ຊ່ວງນີ້ຍາກແຮງກວ່າຈະໄດ້ໃບແຕ່ລະຢ່າງ ຈົນລູກມາເລີ່ມຫາຍໃຈຝືດວິນາທີນັ້ນມ໋ະບໍ່ເປັນອັນຢູ່ໄຫ້ຈົນບໍ່ຮູ້ຊິເຮັດ ຫມໍເອີ້ນເຂົ້າໄປລົມ 2-3 ເທື່ອຫມໍວ່າຕິດເຊື້ອໃນກະແສເລືອດແລ້ວ ຊິໃສ່ຢາແພງ ແພງຊຳ່ໃດພໍ່ແມ່ກະຕົກລົງໄຫ້ໃສ່ຂໍແຕ່ລູກດີ ສຸດທ້າຍລູກກະບໍ່ທັນໄດ້ໃສ່ເພາະຫົວໃຈຢຸດເຕັ້ນຫມໍຊ່ວຍປຳ້ຫົວໃຈແຕ່ກະບໍ່ຄືນ

ຫມໍເອີ້ນແມ່ເຂົ້າໄປຫາລູກເທື່ອສຸດທ້າຍແມ່ໄຫ້ກອດລູກຮ້ອງຫາລູກ ວິນາທີນັ້ນຊີບພະຈອນລູກກັບຄືນມາປະມານ 6-7ວິ ແມ່ດີໃຈວ່າລູກຈະກັບມາ ແຕ່ລູກກະບໍ່ກັບ ລູກໄດ້ຈາກແມ່ໄປແລ້ວແມ່ໃຈຊິຂາດບໍ່ຮູ້ຢູ່ ລູກຄົງເຈັບຄົງທໍລະມານຫລາຍແມ່ເຂົ້າໃຈ ລູກຄົງຢາກໄປສະບາຍແລ້ວ ບາດນີ້ລູກໄປສະບາຍແລ້ວບໍ່ເຈັບປວດແລ້ວເດີ້ ອີກ2ມື້ລູກກໍຈະຄົບ5ເດືອນເຕັມ

ສຸດທ້າຍເຖິງລູກຊິຈາກໄປແຕ່ແມ່ຊິບໍ່ມີວັນລືມລູກ ລູກຈະຢູ່ໃນໃຈແມ່ກັບພໍ່ກັບແມ່ຕູ້ກັບຄອບຄົວຕະຫລອດໄປຮັກແລະຄິດຮອດທຸກເວລາ ຟ້ານຫລິນເທວະດານ້ອຍຫົວໃຈມາມ໋ະ
ເກີດ 2/2/2021 – 29/6/21 ອີກ 2 ມື້ຄົບ 5 ເດືອນເຕັມ ລູກໃຊ້ຊີວິດຢູ່ກັບພໍ່ແມ່ພຽງ 148 ມື້ 4 ເດືອນປາຍເທົ່ານັ້ນແລ້ວກໍຈາກໄປ ແຕ່ແມ່ຮັກລູກຫລາຍກ່ອນຊີວິດຂອງແມ່ອີກ

ຈາກ: Nang Sounakhen