55 ມື້ແລ້ວທີ່ປະເທດລາວບໍ່ພົບຜູ້ຕິດເຊື້ອ ພະຍາດ COVID-19. – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

55 ມື້ແລ້ວທີ່ປະເທດລາວບໍ່ພົບຜູ້ຕິດເຊື້ອ ພະຍາດ COVID-19.

Published

on

ເປັນເວລາ 55 ມື້ແລ້ວ, ທີ່ ສປປ ລາວເຮົາບໍ່ພົບຜູ້ຕິດເຊື້ອ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19, ຂະນະທີ່ຕົວເລກ ຜູ້ເດີນທາງເຂົ້າມາປະເທດ ໃນວັນທີ 7 ມິຖຸນາ 2020 ມີຈໍານວນ 1.419 ຄົນ, ໂດຍທັງໝົດແມ່ນ ໄດ້ປະຕິບັດຕາມ ມາດຕະການກວດກາ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ວາງອອກຢ່າງເຂັ້ມງວດ.

 ຂໍ້ມູນດັ່ງກ່າວ, ໄດ້ຮັບການຖະແຫລງຂ່າວ ຈາກ ທ່ານ ດຣ.ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 8 ມິຖຸນານີ້ ວ່າ: ສະພາບການເຝົ້າລະວັງພະຍາດ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງຂອງວັນທີ 7 ມິຖຸນາ 2020 ເຊິ່ງມີຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຄື: ຈຸດຜ່ານດ່ານລາວ-ໄທ ຈໍານວນ 737 ຄົນ, ຈຸດຜ່ານດ່ານ ລາວ-ຈີນ ຈໍານວນ 37 ຄົນ, ຈຸດຜ່ານດ່ານ ລາວ-ຫວຽດນາມ 639 ຄົນ ແລະ ມີ ຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 6 ຄົນ. ໃນນັ້ນ, ມີຄົນຈີນ 5 ຄົນ ແລະ ຄົນການາດາ 1 ຄົນ, ໂດຍທຸກຄົນໄດ້ຮັບ ການກວດວັດ ແທກ ອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ​ ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາ ສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ ແລະ ຜ່ານການເກັບ ຕົວຢ່າງມາກວດວິເຄາະທັງໝົດ 300 ຄົນ, ໃນນັ້ນແຮງງານລາວ ກັບມາແຕ່ໄທ 297 ຄົນ, ກໍລະນີສົງໄສ 2 ຄົນ ແລະ ຜູ້ຕິດເຊື້ອນອນປິ່ນປົວ ຢູ່ໂຮງໝໍມິດຕະພາບ 1 ຄົນ. ໃນນີ້, ຜົນກວດແຮງງານລາວ ທີ່ກວດໃນວັນທີ 7 ມິຖຸນາ 2020 ແມ່ນບໍ່ມີຜູ້ຕິດເຊື້ອໃໝ່.

   ທ່ານ ຮອງຫົວໜ້າກົມດັ່ງກ່າວ,  ໃຫ້ຮູ້ຕື່ມວ່າ:​ ປັດຈຸບັນ, ທົ່ວປະເທດມີສູນຈໍາກັດ ບໍລິເວນທັງໝົດ 80 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 3.050 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດ ເຊື້ອ. ສ່ວນການຕິດຕາມປີ່ນປົວ ຄົນເຈັບຢູ່ໂຮງໝໍມິດຕະພາບ 1 ຄົນ ເພດຊາຍ ແມ່ນຈະໄດ້ສືບຕໍ່ຕິດຕາມ ຢູ່ໂຮງໝໍດັ່ງກ່າວຕື່ມ. 

  ມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 8 ມິຖຸນາ 2020, ທົ່ວໂລກມີການລາຍງານ ການລະບາດທັງໝົດ 213 ປະເທດ ແລະ ເຂດແຄ້ວນ ແລະ ມີຜູ້ຕິດເຊື້ອພະຍາດ COVID-19 ຈໍານວນ 7.078.580 ຄົນ, ໃນນີ້ມີຜູ້ຕິດເຊື້ອໃໝ່ ຈໍານວນ 116.137 ຄົນ, ປີ່ນປົວຫາຍດີ 3.453.052 ຄົນ ແລະ ມີຜູ້ເສຍຊີວິດຫລາຍກວ່າ 404.960 ຄົນ. ຕໍ່ສະພາບດັ່ງກ່າວ, ຂໍຮຽກຮ້ອງໃຫ້ ປະຊາຊົນບັນດາເຜົ່າ, ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ປະຕິບັດແຈ້ງການ ແລະ ຄຳແນະນຳ ຂອງຂະແໜງການຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ຈົນກວ່າຈະມີການປ່ຽນແປງໃໝ່, ໂດຍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆທີ່ເປັນທາງການ.ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

ເນື້ອໃນ: ຂປລ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້