ຂ່າວຕ່າງປະເທດ
ສປ ຈີນ ໂຈະການຊໍາລະໜີ້ໃຫ້ແກ່ 77 ປະເທດ

ສຳນັກຂ່າວ ເດີ ສະຕາ ລາຍງານວ່າ ຈີນໂຈະການຊໍາລະໜີ້ໃຫ້ແກ່ 77 ປະເທດ ເຊິ່ງເປັນໜຶ່ງໃນນະໂຍບາຍເພື່ອຊ່ວຍບັນດາປະເທດຕ່າງໆທີ່ມີຄວາມຫຍຸ້ງຍາກ ໃນຂະນະທີ່ມີການແຜ່ເຊື້ອຂອງໄວຣັສໂຄວິດ-19, ເຖິງຢ່າງໃດກໍຕາມ ຍັງບໍ່ມີລາຍຊື່ວ່າປະເທດໃດທີ່ຈະໄດ້ຮັບນະໂຍບາຍນີ້ເທື່ອ.

ທ່ານ ມາ ເຈົາຊູ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຂອງຈີນ ໄດ້ປະກາດໃນງານຖະແຫຼງຂ່າວ ແລະ ໄດ້ເຜີຍແຜ່ບົດຄົ້ນຄວ້າຂອງລັດຖະບານໃນການຕໍ່ສູ້ກັບເຊື້ອໄວຣັດໂຄໂຣນາ. ບົດຄົ້ນຄວ້າດັ່ງກ່າວມີຊື່ວ່າ “Fighting Covid-19: China in Action” ອອກໂດຍ ສຳນັກງານຄະນະກຳມະການຂໍ້ມູນຂ່າວສານຂອງປະເທດ ໃນວັນທີ 7 ມິຖຸນາ 2020.
ທ່ານ ມາ ໄດ້ກ່າວວ່າ ປະເທດຈີນໄດ້ສົ່ງຄວາມຊ່ວຍເຫຼືອໄປໃຫ້ 150 ປະເທດທົ່ວໂລກໃນຮູບການຕ່າງໆ ລວມໄປເຖິງ ການສົ່ງທີມແພດອອກໄປຊ່ວຍເຫຼືອ. ”ເວລາທີ່ພວກເຮົາຕົກຢູ່ໃນສະຖານະການທີ່ລໍາບາກທີ່ສຸດ, ຜູ້ນໍາໃນຫຼາຍກວ່າ 170 ປະເທດ, ຫົວໜ້າອົງການສາກົນຕ່າງໆຫຼາຍກວ່າ 50 ອົງການ ແລະ ພັກການເມືອງກວ່າ 300 ພັກ ໄດ້ສົ່ງກຳລັງໃຈ ແລະ ການສະໜັບສະໜູນມາໃຫ້ພວກເຮົາ.“
”ມີ 77 ປະເທດ ແລະ 12 ອົງການຈັດຕັ້ງສາກົນໄດ້ສົ່ງເຄື່ອງຊ່ວຍເຫຼືອມາໃຫ້ພວກເຮົາ ເພື່ອຕໍ່ສູ້ກັບໄວຣັສດັ່ງກ່າວ, ແລະ ຜູ້ຄົນທົ່ວໂລກຕ່າງສົ່ງການສະໜັບສະໜູນໃຫ້ ສປ ຈີນ ໃນຮູບແບບຕ່າງໆ. ພວກເຮົາຈະບໍ່ລືມມິດຕະພາບອັນດີງາມນີ້“.
ຮຽບຮຽງໂດຍ: ລັດສະໝີ ພອນວິໄລ
ຂ່າວ: Laopost.com
ຂ່າວຕ່າງປະເທດ
ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້
ຂ່າວຕ່າງປະເທດ
ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.
ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).
ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.
ຂ່າວຕ່າງປະເທດ
ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ
-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ