ຂ່າວຕ່າງປະເທດ
ແມ່ຕູ້ສະຫະລັດໄວ 107 ປີ ເຜີຍເຄັດລັບການມີອາຍຸຍືນຍາວ ບອກ “ຍ້ອນບໍ່ມີຜົວ”

ເມື່ອບໍ່ດົນມານີ້ ສຳນັກຂ່າວ WCBS ໄດ້ລາຍງານກ່ຽວກັບແມ່ຕູ້ຊື່ ຫຼຸຍ ຊອນ ຊິນຢໍ (Louise Jean Signore) ເຊິ່ງອາໄສໃນເມືອງ Bronx ລັດນິວຢອກ ສະຫະລັດອາເມລິກາ. ແມ່ຕູ້ຄົນນີ້ກິນອາຫານທີ່ດີຕໍ່ສຸຂະພາບ ແລະ ອອກກຳລັງກາຍເປັນປະຈຳ ແຕ່ສິ່ງທີ່ເພິ່ນເຊື່ອວ່າເຮັດໃຫ້ຕົນເອງມີອາຍຸທີ່ຍືນຍາວມາຮອດທຸກມື້ນີ້ໄດ້ແມ່ນຍ້ອນ “ບໍ່ມີຜົວ”.

ແມ່ຕູ້ ຊິນຢໍ ໄດ້ໃຫ້ສຳພາດຕໍ່ກັບສື່ດັ່ງກ່າວວ່າ ຄວາມລັບທີ່ເຮັດໃຫ້ຕົນເອງມີອາຍຸຍືນຮອດ 107 ປີນັ້ນ ຍ້ອນວ່າ “ບໍ່ເຄີຍແຕ່ງດອງມາກ່ອນ”. “ນ້ອງສາວຂ້ອຍຍັງເວົ້າເລີຍວ່າ ຂ້ອຍບໍ່ໜ໊າແຕ່ງດອງເລີຍ”, ແມ່ຕູ້ກ່າວເສີມ.
ທັງນີ້ ນ້ອງສາວຂອງແມ່ຕູ້ຊິນຢໍມີອາຍຸ 102 ປີ ສະນັ້ນ ມີຄວາມເປັນໄປໄດ້ວ່າອາດເປັນເລື່ອງຂອງເຊື້ອສາຍທີ່ເຮັດໃຫ້ພວກເຂົາມີອາຍຸຍືນ.
ພ້ອມນີ້ ແມ່ຕູ້ ຊິນຢໍ ຍັງເປີດເຜີຍກ່ຽວກັບເຄັດລັບຂອງການມີອາຍຸຍືນຂອງຕົນເອງວ່າ “ກິນອາຫານອິຕາລີເດີ. ອາຫານອິຕາລີດີຕໍ່ສຸຂະພາບຂອງເຈົ້າ. ຂ້ອຍເຕີບໃຫຍ່ມາກັບອາຫານທີ່ດີຕໍ່ສຸຂະພາບ. ບໍ່ດື່ມນໍ້າອັດລົມ, ບໍ່ກິນເຄັກ”.

“ຖ້າຫາກຄົນອື່ນເຂົາອອກກຳລັງກາຍ, ຂ້ອຍກໍອອກກຳລັງກາຍ. ຖ້າຄົນອື່ນເຂົາເຕັ້ນ ຂ້ອຍກໍເຕັ້ນຄືກັນ. ຫຼັງຈາກກິນເຂົ້າທ່ຽງແລ້ວ, ຂ້ອຍຈະຫຼິ້ນບິງໂກ ສະນັ້ນໃນມື້ໜຶ່ງຂ້ອຍເລີຍບໍ່ມີເວລາວ່າງ”, ແມ່ຕູ້ຊິນຢໍກ່າວ.
ແມ່ຕູ້ຊິນຢໍ ຫາກໍສະຫຼອງວັນເກີດຄົບຮອບ 107 ປີໃນເມືອງທີ່ຕົນເອງອາໄສຢູ່ ເຊິ່ງມີຜູ້ເຂົ້າຮ່ວມສະຫຼອງຫຼາຍເຖິງ 100 ຄົນ.
ແນວໃດກໍຕາມ ການທີ່ມີອາຍຸຫຼາຍຂຶ້ນ ບໍ່ແມ່ນເລື່ອງທີ່ງ່າຍ, ປັດຈຸບັນ ແມ່ຕູ້ ຊິນຢໍ ມີອາການຕາບອດ ແລະ ຫາກໍເຊົາຈາກພະຍາດປອດບວມ ແລະ ເມື່ອອາຍຸໄດ້ 103 ກໍລອດຈາກການທຳຮ້າຍຮ່າງກາຍ ແລະ ການລັກຊັບໃນຫ້ອງພັກຂອງຕົນເອງ.
ຂ່າວຕ່າງປະເທດ
ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້
ຂ່າວຕ່າງປະເທດ
ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.
ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).
ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.
ຂ່າວຕ່າງປະເທດ
ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ
-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ