ຮັກແທ້ 71 ປີ ຄູ່ຜົວເມຍຕາຍໃນມື້ດຽວກັນ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຮັກແທ້ 71 ປີ ຄູ່ຜົວເມຍຕາຍໃນມື້ດຽວກັນ

Published

on

ເລື່ອງລາວຮັກແທ້ຂອງທ່ານເຮີຣເບິຣຕ ເດີໄລເກິລ ອາຍຸ 94 ປີ ແລະນາງມາຣິລິນ ຟຣານ ເດີໄລເກິລ ອາຍຸ 88 ປີ ສາມີພັນລະຍາ ຊາວອາເມຣິກາທີ່ມີຊີວິດສົມຣົດກັນມາດົນເຖິງ 71 ປີ ແລະເສຍຊີວິດໃນວັນດຽວກັນແລະຫ່າງກັນພຽງ 12 ຊົ່ວໂມງ ເລື່ອງລາວຄວາມຮັກຂອງທັງຄູ່ເລີ່ມເມື່ອ 72 ປີກ່ອນ ທີ່ຮ້ານກາເຟນ້ອຍໆ ທີ່ມີຊື່ ໄວຕ ເວີຍ ຄາເຟ ໃນເມືອງເວີຍເນສໂບໂຣ ລັດເວີຈີເນຍ ຊື່ງເປັນທີ່ເຮັດວຽກຂອງນາງຟຣານ.

ທ່ານເຮີຣເບິຣຕເຄີຍໃຫ້ສຳພາດເມື່ອປີທີ່ຜ່ານມາວ່າ ຂ້ອຍເບີ່ງລາວ ເຂົ້າແລະອອກຮ້ານ ດວງຕາຂອງຂ້ອຍເບິ່ງໄປທີ່ລາວ ຈົນໃນທີ່ສຸດ ຂ້ອຍລວບລວມຄວາມກ້າເຂົ້າໄປຖາມລາວວ່າຈະອອກໄປຂ້າງນອກກັບຂ້ອຍໄດ້ບໍ່.

ທັງຄູ່ເລີ່ມອອກເດດຄັ້ງທຳອິດທີ່ໂຮງຮູບເງົາອີກ 1 ປີ ຫລັງຈາກນັ້ນ ທ່ານເຮີຣເບິຣຕຂໍນາງຟຣານເປັນພັນລະຍາ ນາງຟຣານໃຊ້ຊີວິດກັບທ່ານເຮີຣເບິຣຕເປັນເວລາ 6 ປີ ໃນເຢຍລະມັນ ໂດຍທ່ານເຮີຣເບິຣຕເປັນທະຫານໃນຊ່ວງສົງຄາມໂລກຄັ້ງທີ່ 2 ອີກທັງຮ່ວມຮົບໃນຊ່ວງສົງຄາມເຢັນດ້ວຍ ທັງສົງຄາມເກົາຫຼີແລະສົງຄາມຫວຽດນາມ ກ່ອນຈະກະສຽນໂຕເອງຫລັງເຮັດວຽກກັບກອງທັບອາເມຣິກາດົນເຖິງ 22 ປີ

ທ່ານເຮີຣເບິຣຕເສຍຊີວິດເມື່ອເວລາ 2:20 ໂມງ ວັນທີ່ 12 ກໍລະກົດ 2019 ຕາມເວລາທ້ອງຖິ່ນ ແລະນາງຟຣານເສຍຊີວິດເມື່ອເວລາ 14:20 ໂມງ ຂອງວັນດຽວກັນ ທັງຄູ່ມີລູກດ້ວຍກັນ 6 ຄົນ ຫລານ 16 ຄົນ ແລະເຫລນ 25 ຄົນ ແລະ(ລູກຂອງເຫລນ) ອີກ 3 ຄົນ ສ່ວນງານສົບຂອງທັງຄູ່ຈັດຂື້ນເມື່ອ 14 ກໍລະກົດ ທີ່ຜ່ານມາ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້