ເຈົ້າໜ້າທີ່ກວດພົບ ເຮືອນເຊົ່າຄົນຕ່າງປະເທດ ຢູ່ບ້ານໂພນປາເປົ້າຈັດງານລ້ຽງຊຸມແຊວ

ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 16 ມີຖຸນາ 2021 ຜ່ານມາ ເຈົ້າຫນ້າທີ່ຕຳຫລວດທ່ອງທ່ຽວ ຫ້ອງສັນຕິບານ ຮ່ວມກັບກຳລັງ ກອງພັນປ້ອງກັນເຄື່ອນທີ່ໄວ ປກສ ນະຄອນຫລວງວຽງຈັນ ສົມທົບກັບ ອຳນາດການປົກຄອງບ້ານ ໄດ້ເຂົ້າກວດເຮືອນເຊົ່າຂອງຄົນຕ່າງປະເທດ ( ສັນຊາດເກົາຫຼີໃຕ້ ) ທີ່ມີການເປີດສຽງເພງເນືອງນັນ ເປັນປະຈຳ, ເຮືອນດັ່ງກ່າວຢູ່ໜ່ວຍ 66 ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ

ຈາກການເຂົ້າກວດພົບເຫັນ 3 ຄົນ, ຍິງ 2 ຄົນ, ຊາຍ 1 ຄົນ(ຕ່າງປະເທດ) ກໍາລັງການຈັດງານລ້ຽງຊຸມແຊວ ດື່ມສິ່ງມຶນເມົາ, ເຫລົ້າ, ເບຍ ຢູ່ໃນເຮືອນເປີດເພງສຽງດັງເນື່ອງນັນ ລົບກວນປະຊາຊົນອ້ອມຂ້າງ ແລະ ພົບເຫັນວັດຖຸສິ່ງຂອງຕ້ອງສົງໃສຄ້າຍຄືຢາເສບຕິດເຊັ່ນ: ຖັງອັດສານແກັສ ໄນຕຼັສອ໊ອກຊາຍ ( Nitrous Oxide ) ຫລື ເອີ້ນວ່າ ແກັສຍິ້ມຫົວ ຈຳນວນ 2 ຖັງ, ອຸປະກອນການເສບຜົງສີຂາວຕິດຢູ່ໃນຫຼອດດູດ ຖິ້ມໃນຖັງຂີ້ເຫຍື້ອ ແລະ ໝາກປຸມເປົ້າ ໃຊ້ເຂົ້າໃນການອັດແກັດຈຳນວນໜຶ່ງ.

ທ່ານຍັງໃຫ້ຮູ້ອີກວ່າ: ທີ່ຜ່ານມາແມ່ນອໍານາດການປົກຄອງບ້ານ ເຄີຍໄດ້ເຂົ້າໄປສຶກສາອົບຮົມກ່າວເຕືອນມາແລ້ວ ແຕ່ກໍຍັງມີການຜ່າຜືນຈັດງານຊຸມແຊວຢູ່. ຕໍ່ເຫດການຄັ້ງນີ້ແມ່ນເຈົ້າໜ້າທີ່ໄດ້ນຳຕົວພວກກ່ຽວ ໄປກັກກັນເພື່ອຊອກຫາເຊື້ອພະຍາດໂຄວິດ-19.

ຄລິບຂ່າວ