ສ.ອາເມລິກາ-ຣັດເຊຍ ເລັ່ງຟື້ນຟູຄວາມສຳພັນແບບທະວີພາຄີ

ຂປລ.ຕາມ​ຂ່າວ​ຈາກ​ ເຈ​ນີວາ​,ສ.ອາ​ເມ​ລິ​ກາ ​ແລະ ຣັດ​ເຊຍ ຕົກລົງ​ເຫັນ​ດີ​ ທີ່​ຈະ​ເລັ່ງ​ຟື້ນ​ຟູ ​ຄວາມ​ສຳພັນ ​ການ​ຮ່ວມ​ມື ​ແບບ​ທະວິ​ພາຄີ ພາຍຫລັງ ທ່ານ ​ໂຈ ​ໄບ​ເດນ,(Joe Biden)ປະທາ ນາທິ ບໍດີ ​ສ.ອາ​ເມ​ລິ​ກາ ​ແລະ ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ(Vladimir Putin),ປະທານາທິບໍດີ ຣັດ​​ເຊຍ ​ໄດ້​​ເຂົ້າຮ່ວມ ກອງ​ປະຊຸມ ​ສຸດ​ຍອດ ​ຄັ້ງປະຫວັດສາດ ຢູ່ປະ​ເທດ​ ສະ​ວິດ ​ໃນ​ຕອນ​ແລງ ​ວັນ​ທີ16​ມິຖຸນາ

​​ໄດ້​ດຳ​ເນີນ​ ໄປ​ດ້ວຍ ບັນຍາກາດ ລັກສະນະ ສ​້າງສັນ ​ແລະ ມີ​ແນວ​ໂນ້ມວ່າ ການ​ພົວພັນ ລະຫວ່າງ​ ທັງ​ສອງ​ປະ​ເທດ ຈະ​ພັດທະນາ​ຂຶ້ນ ​ຢ່າງ​ຫລວງຫລາຍ ດ້ວຍ​ການ​ຮ່ວມ​ມື​ກັນ ​ຕ່າງ​ຝ່າຍ ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ໂດຍ​ສະ​ເພາະ ການຕົກລົງ​ກັນ ທີ່​ຈະ​ເຈລະຈາ​ ກ່ຽວ​ກັບ ຄວາມ​ປອດ​ໄພ ​ທາງ​ໄຊ​ເບີ ​ແລະ ການ​ຄວບ​ຄຸມ ດ້ານ​ອາວຸດ.

ນອກ​ນີ້ ຍັງ​ສອງ​ຝ່າຍ ຈະ​ຍັງ​ຕົກລົງ​ ທີ່​ຈະ​ສົ່ງເອກ​ອັກ ຄະລັດ ຖະທູດ ກັບຄືນ​ໄປ ​ປະຈຳການ ​ຢູ່​ນະຄອນຫລວງ ​ຂອງ​ທັງ​ສອງ​ປະ​ເທດ ​​ແລະ ຍັງ​ມີ​ອີກ​ຫລາຍ​ ບັນຫາ​ ສຳຄັນ ທີ່​ຈະຕ້ອງ​ສືບ​ຕໍ່​ ແກ້​ໄຂ​ໃນ​ຕໍ່ໜ້າ ​ເພື່ອ​ຫລຸດຜ່ອນ​ ຄວາມ​​ເຄັ່ງ​ຕືງ ຢ່າງ​ຮີບ​ດ່ວນ.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ