G7 ສັນຍາແບ່ງປັນວັກຊິນ ຈຳນວນ 150 ລ້ານໂດສໃຫ້ປະເທດທຸກຍາກ(ໃນນີ້ມີລາວເຮົານຳ)

ຕາມຖະແຫຼງການຮ່ວມ ໂດຍອັງກິດເປັນປະທານໝູນວຽນ ກຸ່ມ G7 ປະກາດວ່າ: ບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາສະໜັບສະໜູນຕໍ່ການແບ່ງປັນວັກຊິນປ້ອງກັນພະຍາດໂຄວິດ – 19 ທີ່ປອດໄພ ແລະ ມີຄຸນນະພາບ ຈຳນວນ 150 ລ້ານໂດສ ດ້ວຍລາຄາເໝາະສົມໃນຂອບເຂດທົ່ວໂລກ.

ຂ່າວລະບຸວ່າ: ຫວ່າງແລ້ວນີ້, ອະດີດການນຳໂລກ 100 ທ່ານ ໄດ້ສົ່ງຈົດໝາຍຮຽກຮ້ອງໃຫ້ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໜູນຊ່ວຍຈຳນວນເງິນ 66 ຕື້ໂດລາ ໃຫ້ແກ່ໂຄງການສັກວັກຊິນປ້ອງກັນພະຍາດໂຄວິດ – 19 ຢູ່ບັນດາປະເທດທຸກຍາກ.

ເພື່ອຕອບສະໜອງຕາມຄຳຮຽກຮ້ອງຂອງອະດີດການນຳໂລກ 100 ທ່ານ, ກ່ອນດຳເນີນກອງປະຊຸມສຸດຍອດ G7, ລັດຖະມົນຕີກະຊວງສາທາລະນະສຸກ G7 ຢັ້ງຢືນວ່າ: ຈະສະໜັບສະໜູນແນວຄວາມຄິດໜູນຊ່ວຍດ້ານການເງິນ, ຜ່ານການແບ່ງປັນວັກຊິນໃຫ້ແກ່ບັນດາປະເທດທຸກຍາກ.

ຕາມຖະແຫຼງການຮ່ວມ ໂດຍອັງກິດ ເປັນປະທານໝູນວຽນ ກຸ່ມ G7 ປະກາດວ່າ: ບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາສະໜັບສະໜູນການແບ່ງປັນວັກຊິນປ້ອງກັນພະຍາດໂຄວິດ – 19 ທີ່ປອດໄພ ແລະ ມີຄຸນນະພາບ ຈຳນວນ 150 ລ້ານໂດສ ດ້ວຍລາຄາເໝາະສົມໃນຂອບເຂດທົ່ວໂລກ. ການແບ່ງປັນວັກຊິນກັບບັນດາປະເທດທຸກຍາກ ຈະໄດ້ຮັບການປະຕິບັດຜ່ານໂຄງການ COVAX.

ປະຊາຊົນ