ໄວລຸ້ນ 16-24ປີສ່ຽງກ້າມຊີ້ນຫົວໃຈອັກເສບຫລັງສັກວັກຊິນເຂັມທີ່2

ຕາມ​ຂ່າວ​ຈາກ​ ວໍ​ຊີງ​ຕັນ,ວັນ​ທີ11​ມິຖຸນາ,ສູນ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ ພະຍາດ​ ຂອງ​ ສ.ອາ​ເມ​ລິ​ກາ(CDC) ອອກ​ຖະ​ແຫລ​ງການ ​ເຕືອນ​ວ່າ:​ໄວ​ລຸ້ນ ທີ່​ມີ​ອາຍຸ​ ລະຫວ່າງ 16-24ປີ ​ຈຳນວນ​275ຄົນ ມີ​ອາການ ​ກ້າມ​ຊີ້ນ ​ຫົວ​ໃຈ​ອັກ​ເສບ ຫລື ​ເຍື່ອຫຸ້ມ​ຫົວ​ໃຈ ອັກ​ເສບ ຫລັງ​ຈາກ​​ ໄດ້​ຮັບ​ ການ​ສັກ ​ວັກ​ຊິນ​ ປ້ອງ​ກັນ ​ໂຄ​ວິດ-19 ​ເຂັມ​ທີ່ 2 ຂອງ​ໄຟ​ເຊີ ຫລື ໂມ​ເດີ​ນາ

​ເຊິ່ງຕົວ​ເລກ​ ດັ່ງກ່າວ ສູງ​ກວ່າ​ ຕົວ​ເລກ ​ຄາດ​ການ​ໄວ້ ​ໃນ​ໄລຍະ 10-102ຄົນ.ນອກ​ນີ້​ ຍັງ​ພົບ​ຜູ້​ທີ່​ມີ​ອາການ​ ກ້າມ​ຊີ້ນ​ຫົວ​ໃຈ​ ອັກ​ເສບ ຫລື ​ເຍື່ອຫຸ້ມ​ ຫົວ​ໃຈ​ ອັກ​ເສບ ຈຳນວນ475​ຄົນ ​ໃນ​ກຸ່ມ​ອາຍຸ30ປີ ​ຫລື​ ຕ່ຳ​ກວ່າ​ນັ້ນ.

ແຕ່​ຢ່າງ​ໃດ​ກໍ່ຕາມ ຜູ້​ທີ່​ມີ​ອາການ​ ສ່ວນ​ໃຫຍ່ ຫລື ປະມານ 81% ຈະ​ມີ​ອາການ​ດີ​ຂຶ້ນ ຈົນ​ເປັນ​ ປົກກະຕິ ຫລັງ​ຈາກ ​ໄດ້​ຮັບ​ການ​ປິ່ນປົວ​ ໃນ​ໂຮງໝໍ