ອຸທາຫອນ! ເດັກນ້ອຍ 3 ຄົນເມົາເຫັດເບືອ ທີ່ເມືອງນໍ້າບາກ

ຫຼວງພະບາງ: ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນມື້ ວັນທີ່ 6 ມິຖຸນາ 2020, ເກີດເຫດມີຄົນເບືອເຫັດ 3 ຄົນ ເປັນເດັກນ້ອຍ ຍິງ 2​ ຊາຍ 1 ປະຊາຊົນ ຢູ່ບ້ານໂພນສະຫວັນ, ເມືອງນ້ຳບາກ, ແຂວງຫລວງພະບາງ ອາການແມ່ນດີຂື້ນແດ່ນອຍໜື່ງ ເພາະຊາວບ້ານໄດ້ເອົາຕົວໄປຝັ່ງດີນໃຫ້ດີນດູດພິດອອກ

.

ຈຶ່ງແຈ້ງເຕື່ອນເຖິງພໍ່ແມ່ພີ່ນ້ອງຫມົດທຸກຄົນທີຊອກຫາກິນໃນຍາມລະດູຝົນນີ້, ກໍ່ຄວນລະວັງແດ່ ເປັນຕົນແມ່ນເຫັດຂົນທີເຮົາເຄີຍຮູ້ຈັກ ແລ້ວເຫັດຄົນມັນຈະມີ 2 ຊະນີດ. ຊະນີດທີ 1 ຄືເຫັດຄົນຕີນອອນ ຈະເປັນເຫັດທີ່ກີນໄດ້, ຊະນີດທີ 2 ຄື ເຫັດຄົນຕີນແຂງຈະເປັນເຫັດທີກີນບໍ່ໄດ້.

ຂໍໃຫ້ເດັກນ້ອຍທັງ 3 ປອດໄພ

ລາຍງານໂດຍ: