ເຕືອນໄພ! ຫ້າມກົດເຂົ້າລິ້ງເດັດຂາດ ລະວັງຖືກລັກຂໍ້ມູນສ່ວນຕົວ

ກັບມາລະບາດອີກຄັ້ງ, ກັບລິ້ງໂຄສະນາໃຫ້ກົດ ເພື່ອລຸ້ນໂຊກຕ່າງໆ ເຊີ່ງເປັນສະແປມຮູບແບບໜື່ງຂອງກຸ່ມຄົນບໍ່ດີ ທີ່ພະຍາຍາມລັກຂໍ້ມູນສ່ວນຕົວຂອງຜູ້ທີ່ຫຼົງເຊື່ອ

ເຊີ່ງກ່ອນຫນ້ານີ້, ແຟນເພຈ Coca-Cola Laos ກໍ່ໄດ້ອອກມາເຕືອນແລ້ວວ່າ “ຢ່າຫຼົງເຊື່ອ ກົດເຂົ້າລິ້ງທີ່ມີການເຜີຍເເຜ່ທາງໂຊຊຽວໃນຂະນະນີ້ ທ່ານອາດຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີທີ່ພະຍາຍາມລໍ້ລວງເອົາຂໍ້ມູນສໍາຄັນຂອງທ່ານໄດ້ ທາງບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງ ຈໍາກັດ ບໍ່ມີສ່ວນກ່ຽວຂ້ອງກັບເວັບໄຊດັ່ງກ່າວ”

ແນວໃດກໍ່ຕາມ, ຖ້າໄດ້ຮັບຂໍ້ຄວາມລັກສະນະນີ້ ແມ່ນບໍ່ຄວນກົດເຂົ້າ ເພື່ອຄວາມປອດໄພຂອງຕົນເອງ

Cr: InsideLaos