ດູຕົນເດເດັກນ້ອຍ 6ປີຢູ່ຫວຽດນາມຖືກແຍກຈາກຄອບຄົວໄປກັກໂຕຢູ່ຄົນດຽວ.

ພາບເດັກນ້ອຍ 3 ປີ (ຊື່ສົມມຸດ) ນ້ອງ ກ ທີ່ກຳລັງຖືກກັກໂຕໃນຄ້າຍທະຫານຢູ່ທີ່ເມືອງ ບັກຊ່າງ (Bắc Giang) ຫວຽດນາມ ໂດຍມີຜົນກວດອອກມາວ່າ ພໍ່ແມ່ ແລະ ນ້ອງສາວ ຕິດໂຄວິດ-19 ສ່ວນນ້ອງ ກ ແມ່ນໄດ້ກວດໂຄວິດ 3 ເທື່ອແລ້ວ ແຕ່ຜົນເປັນລົບ

ຈຶ່ງໄດ້ພາໄປກັກໂຕເບິ່ງອາການເພີ່ມຕື່ມໃນຄ້າຍທະຫານ ຕັ້ງແຕ່ວັນທີ 26 ພຶດສາພາ 2021 ໃນອາກາດທີ່ຮ້ອນເກືອບ 40 ອົງສາ ເຊິ່ງນ້ອງ ກ ສາມາດກິນເຂົ້າເອງໄດ້ ແລະ ບໍ່ຮ້ອງໄຫ້ສຽງດັງ.

ຫຼັງຈາກພາບດັ່ງກ່າວຖືກແຊເປັນຈຳນວນຫຼາຍຢູ່ທີ່ຫວຽດນາມ ຜູ້ຄົນກໍເຂົ້າມາຄອມເມັ້ນໃຫ້ກຳລັງໃຈ ແລະ ສົ່ງເຄື່ອງກິນເຄື່ອງໃຊ້ມາໃຫ້ນ້ອງເປັນຈຳນວນຫຼາຍຢູ່ທີ່ສະຖານທີ່ກັກໂຕ.

.

ແຫຼ່ງຂ່າວ: World Forum