ດ່ວນ!!! ເຫດຄົນຕາຍໄຫຼນໍ້າເສຍຊີວິດ01ຄົນ

ໃນວັນທີ 31.05.2021 ເວລາ 13:15ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນຕາຍໄຫຼນໍ້າມາຄ້າງ ຢູ່ໃນ ບ້ານ ຫ້ວຍມອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່​ເກີດເຫດພົບເຫັນຜູ້ເສຍຊີວິດ 01ຄົນ​:

•ຜູ້ເສຍຊີວິດ:ເປັນຊາຍ ແມ່ນບໍ່ຮູ້ວ່າຜູ້ກ່ຽວແມ່ນໃຜແລະຕາມຕົນຕົວຜູ້ກ່ຽວແມ່ນບໍ່ມີຫຍັງທີ່ຈະສາມາດບົ່ງບອກຕົວຕົນຂອງຜູ້ກ່ຽວ .
(ສ່ວນສາເຫດການເສຍຊີວິດແມ່ນຢູ່ໃນລະຫວ່າງການສັນນິສູດຂອງເຈົ້າໜ້າທີ່ຕຳຫຼວດ)

ດັ່ງນັ້ນ, ໜ່ວຍ​ກູ້​ຊີບ​ອົງການ​ກາ​ແດງ​ແຂວງບໍ່ແກ້ວຈື່ງ​ໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວນຳສົບໄປທີ່ໂຮງໝໍແຂວງບໍ່ແກ້ວ
ທາງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຂໍສະແດງຄວາມເສຍໃຈນຳຜູ້ເສຍຊີວິດ ແລະ​ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ….​

#ອຸບັດຕິເຫດ​&ເຈັບ​-ປ່ວຍສຸກເສີນໂທແຈ້ງ:☎️084 1625 ,084 212117☎️ຕະຫລອດ​24​ຊົ່ວໂມງ.

🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດ​ບໍ​ລິຈາກປະເພດເຂົ້າ​ສານ,​ ອາຫານການກິນ,​ ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ084 1625 084212117🚑🚑

.