31 ພຶດສະພາ ລາວພົບ ຜ ູ ້ ຕ ິ ດ ເ ຊ ື ້ ອ ໃໝ່ 1 ຄົນ ລວມຍອດສະສົມ 1.912

ບໍ່ມີການ ຕ ິ ດ ເ ຊ ື ້ ອ ພ ະ ຍ າ ດ ໂ ຄ ວ ິ ດ ໃນຊຸມຊົນ ມື້ນີ້ ຊົມເຊີຍ ແຕ່ບໍ່ໃຫ້ທຸກຄົນປະໝາດ ແລະ ຈົ່ງສືບຕໍ່ມາດຕະການ ປ້ອງກັນໂຄວິດ ຢ່າງເຂັ້ມງວດ ຖະແຫຼງຂ່າວການລະບາດຂອງ ພ ະ ຍ າ ດ ໂ ຄ ວ ິ ດ ປະຈຳວັນທີ 31 ພຶດສະພາ 2021 ທົ່ວປະເທດໄດ້​ກວດ​ວິເຄາະ​ທັງໝົດ​ 2002​ ຕົວຢ່າງ​ ກວດພົບຜູ້ຕິດເຊື້ອໃໝ່​ 1​ ຄົນ​ ຢູ່ແຂວງຈຳປາສັກ (ກໍລະນີ​ນຳເຂົ້າ)

ສະນັ້ນຂໍໃຫ້ທຸກຄົນມີສະຕິລະວັງຕົວ ປະຕິບັດມາດຕະການຢ່າງເຂັ້ມງວດ ໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງໝັ່ນລ້າງມືໃຫ້ສະອາດທຸກຄັ້ງ ຫຼີກລ້ຽງສະຖານທີ່ແອອັດຄົນລາຍ ເພື່ອຮັກສາໄລຍະຫ່າງທາງສັງຄົມ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ