ຂ່າວພາຍໃນ
ສຳພາດພິເສດ “bigyai seehalad” ຫຼື ແບກື Youtuber ອັນດັບຕົ້ນໆຂອງລາວວ່າລາວແມ່ນໃຜ ແລະ ອາຊີບ Youtuber ລາຍໄດ້ດີບໍ່?

ຊ່ວງນີ້ຫຼາຍອາຊີບ ມີຜົນກະທົບຫຼາຍ ຈາກການລະບາດຂອງໄວຣັສໂຄວິດ-19 ແຕ່ທ່ານຮູ້ບໍ່ວ່າ ມີອາຊີບໜຶ່ງທີ່ສາມາດສ້າງລາຍໄດ້ ທາງອອນລາຍ ແລະ ກຳລັງເປັນທີນິຍົມກໍຄື່ ອາຊີບ Youtuber. ມື້ນີ້ທີມ YoulikeLao ໄດ້ນຳເອົາບົດສຳພາດແບບພິເສດສຸດໆຈາກ ສີຫາລາດ ສິດທິສານ (ບິກໃຫຍ່) ຫຼື ຫຼາຍໆຄົນອາດຮູ້ຈັກໃນນາມ ແບກື ວ່າລາວແມ່ນໃຜ ແລະ ເຈາະວ່າອາຊີບ Youtuber ໃນລາວສາມາດລ້ຽງຊີບໄດ້ບໍ່! ມາເບິ່ງບົດສຳພາດນຳກັນເລີຍ
- ກ່າວທັກທາຍ ແລະ ແນະໃຫ້ຜູ້ອ່ານຮູ້ຈັກແດ່!
ສະບາຍດີອ້າຍເອື້ອຍແລະນ້ອງໆທຸກຄົນຂ້ອຍມີຊືວ່າ ສີຫາລາດ ສິດທິສານ ຊືຫລິ້ນ ບິກໃຫຍ່ ຫລື ໃນນາມທີຄົນຮູ້ຈັກ ແບກຶ ອາຍຸ 25ປີບ້ານເກີດຢູ່ສະຫວັນນະເຂດແຕ່ຄອບຄົວຍ້າຍມາຢູປາກເຊ ແຕ່ປີ2008ປະຈຸບັນແມ່ນຢູ່ປາກເຊ
- ກ່ອນຈະມາເປັນແບກືທີທຸກຄົນຮູ້ຈັກ ທຸກມື້ນີ້ ເຮັດຫຍັງມາກ່ອນ?
ກ່ອນສິມາເຮັດຢູ່ທຸບ ແມ່ນປົກກະຕິກະມີຊືສຽງຢູ່ໃນເຟສບຸກມາກ່ອນ ແຕ່ກີ້ແມ່ນເຄີຍເຮັດວຽກບໍລິສັດເອກກະຊົນແຮງຫນຶ່ງເງີນເດືອນກະ 2-3ລ້ານ ທຳອິດບໍສົນໃຈກ່ຽວກັບຢູທຸບເລີຍເຮັດແຕ່ຄິບລົງເຟສຢ່າງດຽວແຕ່ກະບໍໄດ້ເງີນຫຍັງແຕ່ກະເຮັດເພືອຄົນເບິ່ງມາມື້1ຫມູແນະນຳໃຫ້ເຮັດວ່າໄດ້ເງີນໃດລອງແມະ ໂຕເອງກະລອງເຮັດເພາະໄດ້ຕັ້ງຢູທຸບມາແຕ່ປີ2016ຕັ້ງໄວ້ເບິ່ງຄິບມາຮອດປີ2019ຈິງເລີມເຮັດຄິບກະບໍ່ມີຄົນເບິ່ງ ອີຫຍັງດອກ ຈົນມາມື້ຫນຶ່ງໄປທ່ຽວໄທເຮັດຄິບເວົ້າລາວປະສົມໄທ ຄິບນັ້ນມີຄົນເບິ່ງຫລາຍກວາປົກກະຕິຂ້ອຍກະເລີຍຄິດວ່ານິລະຄືຕົວຕົນຂອງເຮົາແລະມາເຫັນຄິບ ແບກິວ ຄິບຕ່າງປະເທດ ກະເລີຍ ຄິບວ່າ ນິລະຄືຄອນເທັນເຮົາ ກະເລີຍພັກວຽກມາເຮັດ ເດືອນ1 10EP ມີຄົນເບິ່ງຫລາຍແລະຄົນຕິດຕາມຂື້ນແສນຊັບໃນເວລາເດືອນດຽວ ແລະເງີນ ມັນກະຫລາຍກວາເງີນ ເດືອນເລີຍຕັດສິນໃຈອອກວຽກມາເຮັດແບບຈິງຈັງ

- ການເປັນ Youtuber ມີຂໍ້ຫຍຸ້ງຍາກບໍ່ຫຍັງແດ່?
ການເປັນຢູທຸບເບີ້ມີຂໍ້ຍຸງຍາກຫລາຍ ຄອບຄົວບໍບອມຮັບເຂົາວ່າເຮົາບ້າ ເຮັດແນວບໍເປັນຕາສະແຕກຄົນເບິ່ງຄິບທຳອິດກະດ່າດາມ່າວ່າເປັນຄົນລາວຄືເວົ້າໄທ ແຕ່ ຂ້ອຍກະບໍສົນຄົນອື່ນດອກເພາະເຂົາບໍໄດ້ຫາເງີນໃຫ້ເຮົາໃຊ້ ເຮັດໄປຕະຫລອດຈົນທຸກຄົນຍອມຮັບເອງ ເຂົາສິດ່າກະບໍສົນເພາະເຮົາເຮັດຄິບແລກຍອດວິວເດ ຄົນດ່າຫລາຍແຮງເບິ່ງຫລາຍ ແຕ່ຕອນນີ້ເຂົາກະຍອມຮັບວ່າມັນເປັນສະຕາຍຂ້ອຍໄປແລ້ວ
- ຮູ້ສຶກແນວໃດທີໄດ້ເປັນ Youtuber ອັນດັບຕົ້ນໆ ຂອງປະເທດລາວ?
ທຳອິດບໍ່ເຊື່ອ ມີຄົນສົງລິ້ງມາໃຫ້ວ່າ ຈທເປັນຢູທຸບເບີ້ອັນດັບຫນຶ່ງປະເທດລາວ ທີມີຄົນລາວຕິດຕາມຫລາຍທີສຸດນິກະຕົກໃຈບໍເຊື່ອເພາະວ່າ ຊ້ອງ ຂອງຄົນອື່ນຄົນຕິດຕາມຫລາຍກວານີ້ ເປັນຫຍັງບໍໄດ້ອັນດັບ1ເລີຍ ເຂົ້າໄປເບິ່ງໃນເວບໄຊ້ຂອງຕ່າງປະເທດທີເຂົາຈັດອັນດັບຢູທຸບເບີ້ແຕ່ລະປະເທດ ກະແມ່ນອີຫລີ ເພາະ ຂ ຈັດສະເພາະ ຊ້ອງທີຕັ້ງເປັນປະເທດລາວແລະມີຄົນລາວເບິ່ງຫລາຍມັນເລີຍເປັນສາເຫດໃຫ້ຂ້ອຍຕິດອັນດັບ1ໃນເດືອນຜ່ານມາແຕ່ບໍຮູ້ວ່າຕອນນີ້ແມ່ນຊ້ອງໃດ ໂຄດດີໃຈແບບບອກບໍຖືກເລີຍ

- ລາຍໄດ້ເປັນແນວໃດ ສາມາດລ້ຽງຊີບໄດ້ບໍ່ໃນ ສປປ ລາວ ?
ຢາກບອກທຸກຄົນວ່າລາຍໄດ້ຈາກຢູທຸບມັນໄດ້ຫລາຍເດືອນລະ 10-20ລ້ານ ຕໍເດືອນສາມາດລ້ຽງຄອບຄົວໄດ້ເລີຍຢາກໃຫ້ທຸກຄົນຫັນມາເຮັດຫລາຍໆເພາະວ່າເງີນຢູ່ເທີງຟ້າ ໃຜຫາໄດ້ຫາເອົາ
- ຝາກຜົນງານ ແລະ ຊ່ອງທາງການຕິດຕາມແດ່?
ຈັງໃດກະຝາກຕິດຕາມກັນແນ່ເດີຈະມີຄິບມວນໃຫ້ເບິ່ງທຸກມື້ເລີຍຮັບຮອງວ່າຍິ້ມຈົນແຂ້ວແຫ້ງ ເຟສ Syhalath Sitthisarn ແລະ ຊື່ຊ່ອງ Youtube Bigyai Seehalad
#ສຸດທ້າຍໃຫ້ກຳລັງໃຈຄົນທີກຳລັງເລີ່ມເຮັດ youtube ໃນລາວ?
ສຸດທ້າຍຝາກເຖິງຄົນທີກຳລັງເຮັດຢູທຸບຢ່າຟ້າວທໍ້ເຮັດຕໍໄປໂລດລົງໄດ້ມື້ລະຄິບແຮງດີ ແລະມັນສິມີຄິບ1ທີບູມລະມື້ນັ້ນລະ ຄົນສິຕິດຕາມເຈົ້າຫລາຍຂື້ນເອງ ເຮັດປະໄວ້ກະບໍໄດ້ເສຍຫາຍເຖິງສິບໍມີຄົນເບິ່ງຖ້າຄິບ ຈ ດັງມາຄິບ1ລະເຂົາສິນພໄປເບິ່ງເອງມື້ນັ້ນລະ ຈ ສິໄດ້ເງີນກັບມັນ ການເຮັດເຮັດຄິບກະຄືການມີຫ້ອງເຊົາເຮັດໄວ້ ຫລາຍຫ້ອງແຮງດີມັນຕ້ອງມີຈັກມື້ທີຄົນຈະມາເຊົາລະມື້ນັ້ນເຈົ້າຈະໄດ້ເງີນກັບມັນ ຂອບໃຈທຸກຄົນເດີທີອ່ານຈົນຈົບ.

ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ