ຊົມເຊີຍແພດໝໍແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດໂຄວິດຫາຍດີໄດ້ແລ້ວ 35 ຄົນ

ໜ້າຊົມເຊີຍແພດໝໍ ພ້ອມດ້ວຍທີມງານທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ທີ່ສາມາດປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຈົນຫາຍດີ ແລະກັບເມືອບ້ານເຮືອນ ເພື່ອສືບຕໍ່ກັກໂຕຕື່ມອີກ 14 ວັນ ໄດ້ແລ້ວຈຳນວນທັງໝົດ 35 ກໍລະນີ; ຫຼ້າສຸດ ມາໃນເວລາ 16:00 ໂມງຂອງວັນທີ 26 ພຶດສະພາ 2021ນີ້, ຢູ່ທີ່ສູນປີ່ນປົວພະຍາດໂຄວິດ-19 ຂອງແຂວງ(ວິທະຍາໄລ ວິທະຍາສາດ ສຸຂະພາບ) ກໍ່ໄດ້ຈັດພິທີມອບ-ຮັບຜູ້ທີ່ປິ່ນປົວດີຈາກພະຍາດໂຄວິດ-19 ຈຳນວນ 03 ກໍລະນີ.

ເປັນກຽດເຂົ້າຮ່ວມຂອງໃນພິທີຄັ້ງນີ້ຂອງທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ປອ.ດຣ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງ ພ້ອມດ້ວຍທີມແພດປິ່ນປົວ, ຄອບຄົວ ແລະອໍານາດການປົກຄອງບ້ານບ່ອນຢູ່ຂອງຄົນເຈັບເຂົ້າຮ່ວມ.
ປະຈຸບັນ, ທົ່ວແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 99 ຄົນ, ຍັງຄັ້ງສູນປິ່ນປົວ 64 ຄົນ, ຍິງ 33 ຄົນ ໃນນີ້ ປິ່ນປົວຫາຍດີແລ້ວຈຳນວນ 35 ຄົນ, ສຳລັບຜູ້ທີ່ປິ່ນປົວຫາຍດີ ແລະອອກຈາກສູນປິ່ນປົວ ໃນຄັ້ງວັນທີ 26 ພຶດສະພານີ້ ເພື່ອສືບຕໍ່ກັບເມືອກັກໂຕຕື່ມຢູ່ທີ່ເຮືອນຂອງຕົນເອງອີກ 14 ວັນ ມີຈຳນວນ 3 ຄົນ ປະກອບມີ:

1. ນາງ ສຸພາລັກ ສູນທະລາລັກ ອາຍຸ 22 ປີ, ບ້ານ ວຽງສະຫວັນ , ນະຄອນໄກສອນມວິຫານ, ລວມວັນນອນປິ່ນປົວ 28 ວັນ,

2. ນາງ ສຸພາພອນ ຈັນທະດວງສີ ອາຍຸ 21 ປີ, ບ້ານລາດສະວົງໄຊ, ນະຄອນໄກສອນ ພົມວິຫານ, ລວມວັນນອນປິ່ນປົວ 28 ວັນ ແລະ

3. ນາງ ປານສີ ແກ້ວມໍລະກົດ ອາຍຸ 25 ປີ, ບ້ານມະນີວົງໄຊ , ເມືອງອຸທຸມພອນ, ລວມວັນນອນປິ່ນປົວ 21 ວັນ.

.

ຂ່າວ: ສະຫວັນພັດທະນາຂ່າວ