ຂ່າວຕ່າງປະເທດ
ຈີນ ຈະອະນຸຍາດຖ້ຽວບິນຕ່າງປະເທດເດີນທາງເຂົ້າປະເທດໄດ້ອີກຄັ້ງ

ສຳນັກຂ່າວ ບລູມເບີກ(Bloomberg News Agency)ລາຍງານວ່າ: ຈີນ ຈະປະກາດ ອະນຸຍາດ ໃຫ້ສາຍການບິນ ຕ່າງປະເທດ ສາມາດ ເດີນທາງ ເຂົ້າປະເທດ ໄດ້ອີກຄັ້ງ ນັບແຕ່ວັນທີ 8 ມິຖຸນານີ້ ເປັນຕົ້ນໄປ ຫລັງຈາກ ກ່ອນໜ້ານີ້ ລັດຖະບານ ສ.ອາເມລິກາ ໄດ້ປະກາດວ່າ ຈະຫ້າມ ສາຍການບິນຈີນ ທັງໝົດ ບໍ່ໃຫ້ສາມາດ ເດີນທາງເຂົ້າ ປະເທດ ສ.ອາເມລິກາໄດ້ ຫາກທາງການຈີນ ຍັງຄົງ ບໍ່ອະນຸຍາດ ໃຫ້ສາຍການບິນ ສ.ອາເມລີກາ ເດີນທາງ ເຂົ້າປະເທດຕໍ່ໄປ.

ຂະນະທີ່ ສຳນັກງານ ການບິນ ພົນລະເຮືອນ ຂອງຈີນ(CAAC) ລະບຸວ່າ: ສາຍການບິນ ຕ່າງປະເທດ ຈະໄດ້ຮັບອະນຸຍາດ ໃຫ້ສາມາດ ເດີນທາງເຂົ້າສູ່ ປະເທດຈີນໄດ້ ໂດຍຈຳກັດ ສາຍການບິນລະ 1 ຖ້ຽວບິນ ຕໍ່ອາທິດ ເຊິ່ງມີສາຍການບິນ ສ.ອາເມລິກາ ບາງລາຍ ໄດ້ຮັບອະນຸຍາດ ໃນຄັ້ງນີ້ ນັບເປັນຄັ້ງ ທຳອິດ ໃນຮອບ 4 ເດືອນຜ່ານມາ ທີ່ສາຍການບິນ ຂອງສ.ອາເມລິກາ ສາມາດ ເດີນທາງເຂົ້າ ປະເທດຈີນໄດ້. ສຳລັບ ຖ້ຽວບິນ ຕ່າງປະເທດ ຈະສາມາດລົງຈອດ ໄດ້ໃນສະໜາມບິນ ສາກົນ 37 ແຫ່ງຂອງຈີນ ລວມທັງ ປັກກິ່ງ, ຊຽງໄຮ້ ແລະ ອູ່ຮັນ ເຊິ່ງອາດ ຈະມີການອະນຸຍາດ ເພີ່ມຕື່ມອີກ ໃນຕໍ່ໜ້າ ແລະ ຫາກສາຍການບິນໃດ ບໍ່ພົບຜູ້ໂດຍສານ ທີ່ມີເຊື້ອໂຄວິດ-19 ເປັນເວລາ 3 ອາທິດ ຕິດຕໍ່ກັນສາຍການບິນນັ້ນ ຈະໄດ້ຮັບອະນຸຍາດ ໃຫ້ສາມາດ ເພີ່ມຖ້ຽວບິນ ສູ່ຈີນໄດ້ເປັນ 2 ຖ້ຽວບິນ ຕໍ່ອາທິດ. ແຕ່ຖ້າຫາກ ພົບຜູ້ໂດຍສານ ຕິດເຊື້ອ 5 ຄົນຂຶ້ນໄປ ໃນ1 ຖ້ຽວບິນ ສາຍການບິນນັ້ນ ຈະຖືກຢຸດຖ້ຽວບິນ ເປັນເວລາ 1 ອາທິດ ແລະ ຫາກພົບ 10 ຄົນ ຂຶ້ນໄປ ຈະຖືກຢຸດ ການບິນ ເປັນເວລາ 4 ອາທິດ ເຊິ່ງຜູ້ໂດຍສານ ຂາເຂົ້າຂອງຈີນ ຈະເພີ່ມຂຶ້ນເປັນ 4.700 ເທື່ອຄົນຕໍ່ວັນ ນັບຕັ້ງແຕ່ ການອະນຸ ຍາດມີຜົນ ໂດຍມີສາຍການບິນ ຕ່າງປະເທດ ປະມານ 95 ລາຍ ທີ່ໄດ້ຮັບ ການອະນຸຍາດ ໃຫ້ເປີດຖ້ຽວບິນ ສູ່ຈີນໃນຄັ້ງນີ້.
ຮຽບຮຽງຂ່າວໂດຍ ສະໄຫວ ຂປລ
ຂ່າວຕ່າງປະເທດ
ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້
ຂ່າວຕ່າງປະເທດ
ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.
ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).
ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.
ຂ່າວຕ່າງປະເທດ
ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ