ຢີ່ປຸ່ນຊ່ວຍເຫຼືອລ້າ 13 ລ້ານໂດລາ ເພື່ອຊື້ອຸປະກອນການແພດໃຫ້ແກ່ ສປປ ລາວ

ໃນວັນທີ 5 ມິຖຸນາ 2020 ນີ້ໄດ້ມີພິທີລົງນາມເອກະສານແລກປ່ຽນສຳລັບໂຄງການຊ່ວຍເຫຼືອລ້າທີ່ມີຊື່ວ່າ ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ. ເອກະສານດັ່ງກ່າວໄດ້ຮັບການລົງນາມ ແລະ ແລກປ່ຽນໂດຍ ພະນະທ່ານ ທາເກວາກະ ເຄໂຊ, ເອກອັກຄະຣະຊະທູດຢິ່ປຸ່ນປະຈຳ ສປປ ລາວ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດປະຈຳ ສປປ ລາວ ໂດຍມີໂຕແທນຈາກບັນດາກະຊວງເຂົ້າຮ່ວມເປັນສັກຂີພະຍານ.

ໂຄງການຊ່ວຍເຫຼືອລ້າທີ່ມີມູນຄ່າ 1.500 ລ້ານເຢັນ (ປະມານ 13,7 ລ້ານໂດລ້າສະຫະລັດ) ຈະຖືກນຳໃຊ້ເຂົ້າໃນການຈັດຊື້ອຸປະກອນທາງການແພດຈຳພວກລົດໂຮງໝໍ ແລະ ຕຽງສຳລັບຜູ້ປ່ວຍ ເພື່ອມອບໃຫ້ແກ່ລັດຖະບານລາວຈັດມາດຕະການຕອບໂຕ້ ໂຄວິດ-19. ໃນຂະນະທີ່ປັດຈຸບັນ, ປະເທດລາວສາມາດຈຳກັດການແຜ່ກະຈາຍຂອງເຊື້ອໂຄວິດ-19 ໄດ້ຢ່າງມີປະສິດທິພາບ ສະນັ້ນ ເພື່ອຈິ່ງໃຫ້ການຊ່ວຍເຫຼືອສືບຕໍ່ຍົກລະດັບລະບົບສາທາລະນະສຸກຂອງລາວກຽມພ້ອມຮັບມືຄວາມເປັນໄປໄດ້ຂອງການລະບາດຮອບໃໝ່.

ທີ່ສຳຄັນໃນປີນີ້ເອງກໍຍ່າງກ້າວເຂົ້າສູ່ວັນຄົບຮອບສາຍສຳພັນທາງການທູດ 65 ປີ ແລະ ຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດຄົບຮອບ 5 ປີ ຂອງປະເທດຍີ່ປຸ່ນ ແລະ ປະເທດລາວ. ທ່ານທູດທາເກວາກະ ໄດ້ກ່າວໃນພິທີວ່າ “ປະເທດຍີ່ປຸ່ນເອງໃນຖານະຄູ່ຮ່ວມຍຸດທະສາດຂອງ ສປປ ລາວ ຂໍສະແດງຄວາມເຄົາລົບ ແລະ ໃຫ້ການສະໜັບສະໜຸນຄວາມພາຍະຍາມຂອງລັດຖະບານລາວເພື່ອກ້າວຂ້າມສະຖານະການທີ່ຫຍຸ້ງຍາກໃນຄັ້ງນີ້. ໂດຍຜ່ານການຊ່ວຍເຫຼືອລ້າໃນຄັ້ງນີ້, ພວກເຮົາມີຄວາມຫວັງທີ່ຈະຈັບມືກັນຍ່າງກ້າວຂ້າມອຸປະສັກໃນຄັ້ງນີ້ໃຫ້ໄດ້”.


ຂ່າວ: ສະຖານທູດຍີ່ປຸ່ນ