ຈີນ ສັກວັກຊິນ ແຄນຊີໂນ ຊະນິດໂດສດຽວປ້ອງກັນໂຄວິດ-19

ສຳນັກ​ຂ່າວ​ ຊິນ​ຫົວ​ຂອງ​ຈີນ,ວັນ​ທີ20​ພຶດສະພາ​ນີ້,ສູນ​ປ້ອງ​ກັນ ​ແລະ ຄວບ​ຄຸມ ພະ​ຍາດ​ ປະຈຳ ​ນະຄອນ​ຊ້ຽງ​ໄຮ້​ ທາງ​ຕາ​ເວັນ​ອອກ​ ຂອງ​ຈີນ ​ເປີດ​ເຜີຍ​ວ່າ: ຈີນ ​ເລີ່​ມສັກ​ ວັກ​ຊິນ ​ປ້ອງ​ກັນ​ ໂຄ​ວິດ-19 ສາຍ​ພັນ​ໃໝ່ ຂອງ​ແຄນ​ຊີ​ໂນ ຊະນິດ ​ໂດ​ສດຽວ ​​ໃນ​ນະຄອນ​ຊ້ຽງ​​ໄຮ້ ຫລັງ​ຈາກ​ ຜົນ​ການ​ທົດ​ລອງ​ ມີ​ປະ​ສິດທິພາ​ບ​ ໃນ​ເກນ​ດີ ​ແລະ ​ໄດ້​ຮັບ​ອະນຸມັດ ວ່າງ​ຈຳໜ່າຍ ​ໃນ​ຕະຫລາດ ​ແບບ​ບໍ່​ມີ​ເງື່ອນ​ໄຂ ທີ່​ພັດທະນາ​ໂດຍ ​ແຄນ​ນີ​​ໂນ ​ໄບ​ໂອ​ໂລ​ຈິກ​ສ ອິງ (CanSino Biologics Inc.)​ເປັນ ບໍລິສັດ​ການ​ຢາ ​ຂອງ​ຈີນ.

.

ປັດຈຸບັນ ​ໄດ້ສັກ​ໃຫ້​ປະຊາຊົນ 23.154 ຄົນ ​ໃນ 9​ ເຂດ​ ຂອງ​ນະຄອນ ​ຊ້ຽງ​ໄຮ້.ວັກ​ຊິນ ​ຊະນິດ ​ດັ່ງກ່າວ ​ໃຊ້​ອະດີ​ໂນ​ ໄວຣັດສ ຊະນິດ 5 ​ເປັນ​ຕົວ​ນຳພາ (adenovirus type 5 vector) ມີ​ເທັກ​ນິກ ການ​ຜະ ລິດ ​ແຕກ​ຕ່າງ​ຈາກ ​ວັກ​ຊິນ ຊະນິດ ​ເຊື້ອ​ຕາຍ 3 ຕົວ ທີ່​ນະຄອນ ​ຊ້ຽງ​ໄຮ້ ​ໃຊ້​ງານ​ກ່ອນ​ໜ້າ​ນີ້​ ສົ່ງ​ຜົນ​ໃຫ້​ ຈຳນວນ​ໂດ​ສ ທີ່​ສັກ​ແຕກ​ຕ່າງ​ກັນ.

.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫ​ວ ລາດ​ປາກ​ດີ