ກວດສອບລາຍຊື່! 28 ບ້ານໃນນະຄອນຫຼວງ ເປັນພື້ນທີ່ສີແດງ

ກະຊວງສາທາລະນະສຸກ ໄດ້ປະກາດບ້ານເຂດແດງທີ່ມີຜູ້ຕິດເຊື້ອ 1 ກໍລະນີ ທີ່ບໍ່ຮູ້ແຫຼງທີ່ມາ ຫຼື ມີການຕິດເຊື້ອຢູ່ໃນຊຸມຊົນ 2 ກໍລະນີຂຶ້ນໄປ ໃນໄລຍະ 14 ວັນຜ່ານມາປະກອບມີ 6 ເມືອງ 28 ບ້ານມີຄືດັ່ງນີ້:

ເມືອງຈັນທະບູລີ: 17 ພຶດສະພາ ເລີ່ມກໍານົດເປັນເຂດແດງໃນບ້ານຫ້ວຍຫົງ, ສີດໍາດວນ, ໜອງທາເໜືອ, ໂພນຕ້ອງສະຫວາດ, ດົງປ່າແຫຼບ, ສ່ວນບ້ານໜອງປິງ (ເລີ່ມກໍານົດເປັນເຂດແດງໃນວັນທີ 18 ພຶດສະພາ).

ເມືອງສີໂຄດຕະບອງ: 17 ພຶດສະພາ ເລີ່ມກໍານົດເປັນເຂດແດງໃນບ້ານຄືບ້ານຕາດທອງ.

ເມືອງໄຊເສດຖາ: 17 ພຶດສະພາ ເລີ່ມກໍານົດເປັນເຂດແດງ ໃນ ປະກອບມີ ບ້ານຝາຍ, ຄໍາສະຫວາດ, ວຽງຈະເລີນ, ໜອງບອນ, ໜອງໜຽງ, ໂພນໄຊ, ທາດຫຼວງໃຕ້, ໂຊກນ້ອຍ, ນາຊາງໄຜ ແລະ ບ້ານຈອມມະນີກາງ, ສ່ວນບ້ານຈອມມະນີໃຕ້ (ເລີ່ມກໍານົດເປັນເຂດແດງໃນວັນທີ 19 ພຶດສະພາ) ແລະ ສະພັງໝໍ້ (ເລີ່ມກໍານົດເປັນເຂດແດງໃນວັນທີ 16 ພຶດສະພາ).

ເມືອງສີສັດຕະນາກ: 20 ພຶດສະພາ ເລີ່ມກໍານົດເປັນເຂດແດງ ໃນບ້ານສະພານທອງໃຕ້ ສ່ວນບ້ານຈອມເພັດ (ເລີ່ມກໍານົດເປັນເຂດແດງໃນວັນທີ 17 ພຶດສະພາ). 

ເມືອງໄຊທານີ: 17 ພຶດສະພາ ເລີ່ມກໍານົດເປັນເຂດແດງໃນບ້ານໄຊສະຫວ່າງ, ບໍ່ເຫຼັກ, ໂຄກສີວິໄລ, ບ້ານໜອງພະຍາ, ຊ້າງຄູ້, ສ່ວນບ້ານດອນຕິ້ວ (ເລີ່ມກໍານົດເປັນເຂດແດງໃນວັນທີ 18 ພຶດສະພາ).

ເມືອງຫາດຊາຍຟອງ: 17 ພຶດສະພາ ເລີ່ມກໍານົດເປັນເຂດແດງໃນບ້ານຫາດຊາຍຂາວ

ຂໍ້ມູນ: CRI