ອ່ານດ່ວນ! ກົດລະບຽບສຳລັບຜູ່ທີ່ຈະເດີນທາງມາສປປລາວ ແລະ ແຮງງານລາວທີ່ກຳລັງວ່າງງານ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ອ່ານດ່ວນ! ກົດລະບຽບສຳລັບຜູ່ທີ່ຈະເດີນທາງມາສປປລາວ ແລະ ແຮງງານລາວທີ່ກຳລັງວ່າງງານ

Published

on

ອີງຕາມຄໍາແນະນໍາ ເລກທີ 00001414/ຕປທ,ສພທ, ນະຄອນຫຼວງວຽງຈັນ, ລົງວັນທີ 1 ມິຖຸນາ 2020 ໄດ້ກໍານົດລະອຽດການເດີນທາງເຂົ້າ ສປປ ລາວ ດັ່ງລຸ່ມນີ້:

1/ ເວລາຜ່ານດ່ານເຂົ້າມາ ສປປ ລາວ: ທຸກຄົນຈະຕ້ອງຖືກສົ່ງໄປຈຳກັດບໍລິເວນ 14 ວັນ ຢູ່ໂຮງແຮມ ຫຼື ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ກໍານົດໄວ້ຢ່າງເຂັ້ມງວດ ແລະ ເກັບຕົວຢ່າງມາວິເຄາະຫາເຊື້ອພະຍາດໂຄວິດ-19; ທຸກຄົນທີ່ໄດ້ເຂົ້າຈຳກັດບໍລິເວນຢູ່ໂຮງແຮມທີ່ຄະນະສະເພາະກິດກຳນົດໄວ້ ຈະຕ້ອງຮັບຜິດຊອບໃຊ້ຈ່າຍຄ່າກິນຢູ່-ພັກເຊົາ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ດ້ວຍຕົນເອງ; ພາຍຫຼັງຈຳກັດບໍລິເວນ ຄົບກໍານົດ 14 ວັນແລ້ວ ຖ້າບໍ່ມີອາການຜິດປົກກະຕິ ແພດຈະອອກໃບຢັ້ງຢືນໃຫ້ເພື່ອເປັນຫຼັກຖານ ສາມາດອອກໄປພັກຢູ່ເຮືອນຂອງຕົນ ແລະ ເຄື່ອນໄຫວເຮັດວຽກໄດ້ຕາມປົກກະຕິ ແຕ່ຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ. ສໍາລັບນັກການທູດພະນັກງານອົງການຈັດຕັ້ງສາກົນ ແລະ ສະມາຊິກຄອບຄົວ ຜູ້ທີ່ເດີນທາງມາຈາກ ຫຼື ເດີນທາງຜ່ານປະເທດທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຕ້ອງໄດ້ເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ-19 ຢູ່ສູນວິເຄາະລະບາດວິທະຍາແຫ່ງຊາດ ແລະ ຈໍາກັດບໍລິເວນຕົນເອງ ຢູ່ທີ່ພັກຂອງສະຖານທູດ ຈົນຄົບກໍານົດ 14 ວັນ ພ້ອມທັງລາຍງານການຕິດຕາມອຸນຫະພູມ, ຖ້າມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຝືດ ຕ້ອງແຈ້ງສາຍດ່ວນຄະນະສະເພາະກິດພະຍາດ-19 ຫຼື ກົມພິທີການທູດ, ກະຊວງການຕ່າງປະເທດ. ຖ້າບຸກຄົນໃດບໍ່ປະຕິບັດຕາມຄໍາແນະນຳທີ່ຕະນະສະເພາະກິດວາງອອກຈະຖືກດໍາເນີນການຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

2/ ເງື່ອນໄຂຂອງຄົນຕ່າງປະເທດ ທີ່ຈະສາມາດເດີນທາງເຂົ້າ ສປປ ລາວ: ບຸກຄົນທີ່ມີວີຊາ (ທີ່ຍັງມີອາຍຸນໍາໃຊ້) ສາມາດເດີນທາງເຂົ້າມາ ສປປ ລາວ; ສໍາລັບບຸກຄົນທີ່ຍັງບໍ່ທັນມີວີຊາເຂົ້າ ສປປ ລາວ ຈະຕ້ອງປະກອບຄຳຮ້ອງຂໍວິຊາທີ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດຕົ້ນທາງ; ທຸກຄົນຕ້ອງໄດ້ກວດສຸຂະພາບຈາກແພດ ແລະ ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍວີທີ RT-PCR ເພື່ອໄດ້ໃບຢັ້ງຢືນຈາກປະເທດຕົ້ນທາງ ອອກໃຫ້ບໍ່ເກີນ 72 ຊົ່ວໂມງ ກ່ອນການເດີນທາງ ເພື່ອແຈ້ງຕໍ່ເຈົ້າໜ້າທີ່ເວລາມາເຖິງດ່ານຊາຍແດນສາກົນ ແລະ ສະໜາມບິນສາກົນ.

3/ ເວລາມາເຖິງດ່ານສາກົນຊາຍແດນ ແລະ ສະໝາມບິນສາກົນ ທຸກຄົນຈະຕ້ອງຜ່ານການກວດແທກອຸນຫະພູມ; ປະກອບແບບຟອມຂໍ້ມູນສຸຂະພາບໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ແຈ້ງໃບຢັ້ງຢືນກວດສຸຂະພາບຈາກແພດ ແລະ ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃຫ້ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອ; ແຈ້ງເຂົ້າ ສປປ ລາວ ຕາມກົດໝາຍ ແລະ ລະບຽບການ ທີ່ໄດ້ກຳນົດໄວ້ ໂດຍໃຫ້ຮັກສາໄລຍະຫ່າງ 1-2 ແມັດ; ກໍລະນິກວດພົບວ່າມີໄຂ້ ຫຼື ອາການສົງໄສກ່ຽວກັບພະຍາດ ໂຄວິດ-19 ຈະໄດ້ສົ່ງເຂົ້າໄປແຍກປ່ຽວຢູ່ໂຮງໝໍ ເພື່ອເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດພະຍາດ-19; ກໍລະນີກວດພົບວ່າບໍ່ມີໄຂ້ ຫຼື ບໍ່ມີອາການສົງໃສກ່ຽວກັບພະຍາດພະຍາດ-19 ຈະໄດ້ແນະນຳໃຫ້ໄປຈຳກັດບໍລິເວນຢູ່ຕາມສະຖານທີ່ຖືກກຳນົດໄວ້ ເພື່ອເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດພະຍາດໂຄວິດ-19.

1 ກ່ອນຈະເດີນທາງເຂົ້າ ສປປ ລາວ ແລະ ຂັ້ນຕອນການສະເໜີຂໍອະນຸຍາດເຂົ້າຄື: ກະຊວງ ແລະ ອົງການທຽບເທົ່າທີ່ມີຄວາມຈຳເປັນອັນຮີບດ່ວນຮັບເອົາຊ່ຽວຊານ ແລະ ນັກສຶກສາຕ່າງປະເທດ ໃຫ້ສະເໝີເປັນລາຍລັກອັກສອນ ມາຍັງຫົວໜ້າກອງເລຂາຄະນະສະເພາະກິດຂັ້ນສູນກາງ ( ສະຖານທີ່ປະຈໍາການ ກະຊວງສາທາລະນະສຸກ ). ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຄວາມຈໍາເປັນຈະເອົານັກລົງທຶນ ແລະ ນັກທຸລະກິດເຂົ້າ ສປປ ລາວ ເພື່ອດຳເນີນການສຶກສາການລົງທຶນ ຫຼື ເຊັນສັນຍາ ຕ້ອງດໍາເນີນຕາມຂັ້ນຕອນຂອງຂະແໜງການທີ່ກ່ຽວຂ້ອງກ່ອນຈະສະເໜີເປັນລາຍລັກອັກສອນ ເຖິງຫົວໜ້າກອງເລຂາຄະນະສະເພາະກິດຂັ້ນສູນກາງ, ເອກະສານປະກອບມີ:

ໃບອະນຸຍາດລົງທຶນພາຍໃນ ແລະ ຕ່າງປະເທດ, ໃບທະບຽນວິສາຫະກິດ, ໃບຢັ້ງຢືນການມອບພັນທະອາກອນປະຈຳປີ, ໃບສະເໜີຈາກກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ຫຼື ພະແນກແຜນການ ແລະ ການລົງທຶນຂອງແຂວງ, ນະຄອນຫຼວງ ເຖິງກົມກົງສຸນ, ກະຊວງການຕ່າງປະເທດ ໂດຍຜ່ານກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ ເພື່ອຂໍວີຊາ; ໃບຢັ້ງຢືນການຈອງໂຮງແຮມ ທີ່ຄະນະສະເພາະກິຕກຳນົດໄວ້, ໜັງສືສະເໜີເຖິງ ຫົວໜ້າກອງເລຂາຄະນະສະເພາະກິດສູນກາງ ຕ້ອງລະບຸລາຍລະອຽດກ່ຽວກັບລາຍຊື່, ວັນເວລາ, ດ່ານທີ່ຈະເດີນທາງເຂົ້າ, ພາຫະນະໃນການເດີນທາງ, ສະຖານທີ່ຈະເຂົ້າຈຳກັດບໍລິເວນ, ປະເທດທີ່ຈະເດີນທາງຜ່ານ ແລະ ເຫດຜົນຄວາມຈຳເປັນຮີບດ່ວນຂອງການເດີນທາງເຂົ້າ ສປປ ລາວ.

ບໍລິສັດ ຫຼື ເຈົ້າຂອງໂຄງການຢູ່ ສປປ ລາວ ທີ່ມີຄວາມຈໍາເປັນອັນຮີບດ່ວນນຳເຂົ້າແຮງງານ ແລະ ວິຊາການຕ່າງປະເທດ ເພື່ອຮັບໃຊ້ບັນດາກິດຈະການ ແລະ ໂຄງການ ຕ້ອງດໍາເນີນຕາມຂັ້ນຕອນຂອງຂະແໜງການທີ່ກ່ຽວຂ້ອງກ່ອນຈະສະເໜີເປັນລາຍລັກອັກສອນ ເຖິງຫົວໜ້າກອງເລຂາຄະນະສະເພາະກິດຂັ້ນສູນກາງ, ເອກະສານປະກອບມີ: ໃບອະນຸຍາດລົງທຶນຢູ່ ສປປ ລາວ, ໃບທະບຽນວິສາຫະກິດ, ໃບຢັ້ງຢືນການມອບພັນທະອາກອນປະຈຳປີ, ໃບອະນຸຍາດໂກຕານຳໃຊ້ແຮງງານຕ່າງປະເທດ ແລະ ໃບອະນຸຍາດນຳເຂົ້າແຮງງານຕ່າງປະເທດ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃບສະເໜີຈາກຜູ້ປະກອບການ ເຖິງ ກົມກົງສຸນ, ກະຊວງການຕ່າງປະເທດ ໂດຍຜ່ານກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ ເພື່ອຂໍວີຊາ, ໃບຢັ້ງຢືນການຈອງສະຖານທີ່ຈຳກັດບໍລິເວນ, ໂຮງແຮມ ຫຼື ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກໍານົດໄວ້,

ໜັງສືສະເໝີເຖິງຫົວໜ້າກອງເລຂາຄະນະສະເພາະກິດສູນກາງ ຕ້ອງລະບຸລາຍລະອຽດກ່ຽວກັບລາຍຊື່, ວັນເວລາ, ດ່ານທີ່ຈະເດີນທາງເຂົ້າ, ພາຫະນະໃນການເດີນທາງ, ສະຖານທີ່ຈະເຂົ້າຈຳກັດບໍລິເວນ, ປະເທດທີ່ຈະເດີນທາງຜ່ານ ແລະ ເຫດຜົນຄວາມຈໍາເປັນຮີບດ່ວນຂອງການເດີນທາງເຂົ້າ ສປປ ລາວ. ສໍາລັບພົນລະເມືອງລາວ ທີ່ມີຈຸດປະສົງຢາກເດີນທາງກັບ ສປປ ລາວ ໃຫ້ລົງທະບຽນຢູ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ສປປ ລາວ ຢູ່ປະເທດທີ່ຕົນອາໃສຢູ່ ໂດຍແຈ້ງຂໍ້ມູນລະອຽດ (ສາເຫດການຕົກຄ້າງ, ວັນ, ເວລາ, ດ່ານທີ່ມີຈຸດປະສົງຈະເດີນທາງເຂົ້າ) ເພື່ອຄົ້ນຄວ້າພິຈາລະນາ ຊອກຫາຊ່ອງທາງໃນການອໍານວຍຄວາມສະດວກໃນການເດີນທາງກັບ ສປປ ລາວ. ສໍານັກງານຜູ້ຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ມີຄວາມຈໍາເປັນອັນຮີບດ່ວນຮັບເອົານັກການທູດ ແລະ ພະນັກງານ ເຂົ້າມາປະຕິບັດໜ້າທີ່ທັງໄລຍະສັ້ນ ແລະ ໄລຍະຍາວ ຢູ່ ສປປ ລາວ ໃຫ້ສະເໝີເປັນລາຍລັກອັກສອນ ມາຍັງກະຊວງການຕ່າງປະເທດ. ທຸກການສະເໜີເຂົ້າ ສປປ ລາວ ຕ້ອງສົ່ງເຖິງຫົວໜ້າກອງເລຂາຄະນະສະເພາະກິດສູນກາງລ່ວງໜ້າຢ່າງໜ້ອຍ 7 ວັນ.

***ກະຊວງການຕ່າງປະເທດ ອອກຄຳແນະນຳ ເລກທີ 00001444/ຕປທ,ສພທ, ນະຄອນຫຼວງວຽງຈັນ, ວັນທີ 1 ມິຖຸນາ 2020 ສຳລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເຊິ່ງພາຍໃນຄໍາແນະນໍາດັ່ງກ່າວລ້ວນກໍານົດໄວ້ລະອຽດທັງຂະບວນການເດີນທາງເຂົ້າ ຫຼື ອອກ ປະເທດລາວ ແຕ່ແອັດມິນຈະຍົກຂຶ້ນມາຂຽນໃຫ້ທຸກທ່ານໄດ້ສຶກສານໍາກັນພຽງ ຂໍ້ກໍານົດໃນການເດີນທາງເຂົ້າ ສປປ ລາວ ກ່ອນ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກແຈ້ງການ ເກັບກໍາຂໍ້ມູນແຮງງານລາວ ທີ່ກັບມາຈາກປະເທດໄທ, ຜູ້ວ່າງງານ ເນື່ອງຈາກການໂຈະ ແລະ ປິດກິດຈະການ ຂອງຫົວໜ່ວຍແຮງງານ ພາຍໃນປະເທດ ໃຫ້ພາກສ່ວນກ່ຽວຂ້ອງແຂວງ,​ ເມືອງ ເກັບກຳຂໍ້ມູນ ແລະ ແນະນຳໃຫ້ເຂົາເຈົ້າມາລົງທະບຽນ. ຫຼືຜູ້ສະດວກລົງທະບຽນຜ່ານອິນເຕີເນັດໄດ້ ແມ່ນໃຫ້ເຂົ້າລົງທະບຽນທີ່ເວັບໄຊ www.lmi.gov.​La

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້