ຊົມເຊີຍ ສາວງາມທັງໃຈບຸນ ຊ່ວຍສ້າງເຮືອນ ແລະ ໃຫ້ວຽກເຮັດແກ່ຄອບຄົວທຸກຍາກ

ຄົນແຫ່ຊົມເຊີຍ ປະທານ ສາວ ໃຈບຸນ ຊ່ວຍສ້າງເຮືອນ ແລະ ໃຫ້ວຽກເຮັດ ແກ່ຄອບຄົວຜູ້ທຸກຍາກ

ສັງຄົມແຫ່ຊົມເຊີຍ ປະທານ ບໍລິສັດ ຊັບມະຫາໄຊ ອະສັງຫາລິມະຊັບ ທີ່ທຸ່ມເງິນສ່ວນຕົວຊ່ວຍສ້າງເຮືອນໃຫ້ກັບຄອບຄົວທຸກຍາກ ຄື ຄອບຄົວທ້າວ ພອນ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງຜູ້ກ່ຽວມີລູກ 5 ຄົນ ແຕ່ບໍ່ມີລາຍຮັບມາລ້ຽງຄອບຄົວ.

ດັ່ງນັ້ນ ທ່ານ ນາງ ພານິວັນ ລັດຕະນະໂກສົນ ອໍານວຍການ ບໍລິສັດ ຊັບມະຫາໄຊ ອະສັງຫາລິມະບໍລິສັດ ຊັບມະຫາໄຊ ພ້ອມກັບທີມງານ ຈຶ່ງໄດ້ລົງໄປເບິ່ງສະພາບຄອບຄົວຜູ້ກ່ຽວຕົວຈິງ ພ້ອມຈົກເງິນສ້າງເຮືອນໃຫ້ໃໝ່ ພ້ອມມອບອາຫານການກິນ ແລະ ເງິນໃຫ້ຈຳນວນໜຶ່ງ ລວມມູນຄ່າທັງໝົດ 12.900,000 ກີບ.

ພ້ອມນີ້ປະທານບໍລິສັດ ສາວ ໃຈບຸນຍັງຈະຊ່ວຍໃຫ້ ທ້າວ ພອນ ຜູ້ເປັນເສົາຫຼັກຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອນັ້ນມາເຮັດວຽກນຳບໍລິສັດຕົນເອງ ພ້ອມໃຫ້ເງິນເດືອນອີກ.

.

.

ແນວໃດກໍ່ຂໍຊົມເຊີຍປະທານບໍລິສັດ ທີ່ມີນໍ້າໃຈຊ່ວຍເຫຼືອຄົນທຸກຍາກ ໂດຍສະເພາະແມ່ນຍາມວິກິດແບບນີ້ອີກ.