ປິດໂຮງໝໍພາກສະໜາມສູນຫ້ວຍຫົງ ຊົ່ວຄາວ ພາຍຫຼັງເປີດຮັບຄົນເຈັບເປັນເວລາ 28 ວັນເຕັມ​

ທ່ານ ດຣ. ຄຳໃສ ເດດລືໄຊ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ເຊິ່ງເປັນຜູ້ຮັບຜິດຊອບໂຮງໝໍພາກສະໜາມຢູ່ສູນຫ້ວຍຫົງ ກ່າວວ່າ: ສູນດັ່ງກ່າວປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ບໍ່ສະແດງອາການ ຫຼື ຂັ້ນເບົາບາງ​ ໂດຍເປີດຮັບຄົນເຈັບແຕ່ວັນທີ 25 ເມສາ ຈົນຮອດວັນທີ 18 ພຶດສະພາ 2021​ ເປັນເວລາ​ 28​ ວັນເຕັມ ສາມາດປົວຜູ້ຕິດເຊື້ອດີໃຫ້ກັບເມື່ອກັກກັນຕົນເອງຢູ່ເຮືອນຕໍ່ອີກ 1 ອາທິດ ໄດ້ທັງໝົດ 138 ຄົນ, ສົ່ງຕໍ່ໂຮງໝໍອື່ນ 6 ຄົນ ລວມຄົນເຈັບທີ່ເຂົ້າມາປິ່ນປົວທັງໝົດ 144 ຄົນ.

ດ້ານຂໍ້ຫຍຸ້ງຍາກ ພາຍຫຼັງທີ່ເຂົ້າໄປປະຕິບັດວຽກພາຍໃນສູນ ເນື່ອງຈາກວ່າສູນຫ້ວຍຫົງເປັນຫໍພັກຂອງນັກກິລາ ແລະ ຢູ່ໃກ້ເຂດຊຸມຊົນ ການບໍລິຫານໃຫ້ເປັນໂຮງໝໍສະໜາມ ຈຶ່ງພົບຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ກໍ່ໄດ້ແກ້ໄຂຕາມແຕ່ລະໄລຍະທີ່ນຳໃຊ້ສູນດັ່ງກ່າວ, ຄົນເຈັບບາງຄົນທີ່ນອນປິ່ນປົວຢູ່ສູນບໍ່ປະຕິບັດກົດລະບຽບທີ່ທາງແພດໝໍວາງອອກ, ຍັງມີການອອກຈາກຫ້ອງໄປຫາຜູ້ອື່ນທີ່ນອນປິ່ນປົວຢູ່ໃນຕຶກດຽວກັນ, ການປະສານງານໃນການສົ່ງຄົນເຈັບມາສູນປິ່ນປົວບໍ່ລະອຽດເຮັດໃຫ້ພົບຄວາມຫຍຸ້ງຍາກໃນການເກັບກໍາຂໍ້ມູນຄົນເຈັບ.

ແຕ່ຢ່າງໃດກໍ່ຕາມ, ຮອດວັນທີ 18 ພຶດສະພາ 2021 ຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍພາກສະໜາມສູນຫ້ວຍຫົງ ແມ່ນບໍ່ມີຄົນເຈັບແລ້ວ. ດັ່ງນັ້ນ, ທາງທີມງານຈະໄດ້ເຮັດການຂ້າເຊື້ອສູນດັ່ງກ່າວ ແລ້ວປິດຊົ່ວຄາວ ຖ້າມີຄວາມຈຳເປັນອາດຈະໄດ້ເປີດນຳໃຊ້ຄືນ.