ບຣາຊິວຍັງຄົງສ້າງສະຖິຕິໃໝ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນສູງ 30 ພັນກວ່າຄົນພາຍໃນມື້ດຽວ

ວັນທີ 5 ມິຖຸນາ 2020 ການແຜ່ລະບາດຂອງໂຄວິດ-19 ຈໍານວນຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກຍັງຄົງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ ແລະ ມີຈໍານວນຜູ້ຕິດເຊື້ອເຖິງ 6.6 ລ້ານຄົນ ປິ່ນປົວດີ 3.2 ລ້ານກວ່າຄົນ ແລະ ເສຍຊີວິດແລ້ວ 392,286 ຄົນ ໂດຍທົ່ວໂລກຕິດເຊື້ອໂຄວິດ-19 ມື້ລະແສນຄົນ ລຽນຕິດກັນ 9 ມື້ແລ້ວ ເລີ່ມຕັ້ງແຕ່ວັນທີ 27 ພຶດສະພາ 2020 ທີ່ຜ່ານມາ.

ຫຼ້າສຸດ ພະຍາດລະບາດດັ່ງກ່າວ ໄດ້ແຜ່ລະບາດໄປ 181 ປະເທດທົ່ວໂລກ ເຊິ່ງປເທດທີ່ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື: ສະຫະລັດອາເມລກາ (1,924,051 ຄົນ), ບຣາຊິວ (615,870 ຄົນ), ຣັສເຊຍ (441,108 ຄົນ), ສະເປນ (287,740 ຄົນ) ແລະ ອັງກິດ (281,661 ຄົນ).

ການແຜ່ລະບາດໃນຄັ້ງນີ້ ບຣາຊິວຍັງຄົງສ້າງສະຖິຕິໃຫມ່ຢ່າງຕໍ່ເນື່ອງ ໂດຍມີມີຜູ້ຕິດເຊື້ອເພີ່ມຂຶ້ນສູງ ເຖິງ 31,890 ພາຍໃນມື້ດຽວ!! ສົ່ງຜົນໃຫ້ມີຍອດຜູ້ຕິດເຊື້ອສະສົມເຖິງ 6 ແສນຄົນ ແລະ ຕອນນີ້ເຮັດໃຫ້ ບຣາຊິວ ມີຈໍານວນຜູ້ເສຍຊີວິດສະສົມສູງເຖິງ 1,492 ຄົນພາຍໃນມື້ດຽວ ເປັນການສ້າງສະຖິຕິຕໍ່ເນື່ອງກັນເປັນເວລາ 3 ລຽນຕິດກັນ

ແຫຼ່ງຂໍ້ມູນ: https://edition.cnn.com/world/live-news/coronavirus-pandemic-06-04-20-intl/index.html ແລະ https://www.worldometers.info/coronavirus/