ລາວ ແລະ ໄທ ຮ່ວມມືກັນຊ່ວຍເຫຼືອແຮງງານລາວກັບຄືນສູ່ປະເທດລາວ.

– ອຳນາດການປົກຄອງແຂວງບໍລິຄຳໄຊ ກຳລັງປະສານງານສົມທົບກັບອຳນາດການປົກຄອງຈັງຫວັດ ບຶງການ, ປະເທດໄທໃນວຽກງານຊ່ວຍເຫຼືອແຮງງານລາວກັບຄືນປະເທດຢ່າງຖືກກົດໝາຍ.

– ຫຼັງຈາກທີ່ມີການລາຍງານກ່ຽວກັບແຮງງານລາວທີ່ລັກເຂົ້າປະເທດແບບຜິດກົດໝາຍເພື່ອຫຼີກລຽງການກວດສອບພະຍາດໂຄວິດ 19 ແລະ ການກັກໂຕຈາກແພດໝໍ, ເຊິ່ງສ້າງຄວາມກັງວົນທີ່ຈະກໍ່ໃຫ້ເກີດຄວາມສ່ຽງການຕິດຕໍ່ເຊື້ອພະ ຍາດໃນເຂດຊຸມຊົນເພີ່ມ.

– ກ່ອນໜ້ານີ້, ທາງແຂວງບໍລິຄຳໄຊໄດ້ສະເໜີໃຫ້ທາງຝ່າຍໄທອຳນວຍຄວາມສະດວກໃຫ້ແຮງງານລາວໂດຍຜູ້ທີ່ຖື ພາສສະປອດເຂົ້າ-ອອກກໍ່ມີສິດກັບໄດ້ແລ້ວ. ຂໍ້ຕົກລົງລະຫວ່າງສອງຝ່າຍແມ່ນມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 17 ພຶດສະພາເປັນຕົ້ນໄປ.

– ຄວາມກັງວົນກ່ຽວກັບການລັກເຂົ້າປະເທດແບບຜິດກົດໝາຍຈາກປະເທດໄທຂ້າມເຂົ້າມາແຂວງບໍລິຄຳໄຊ, ນັບຕັ້ງແຕ່ກໍລະນີ ສາວອາຍຸ 25 ປີ ເຮັດວຽກຢູ່ ຈັງຫວັດ ຊົນບຸລີ, ປະເທດໄທ ທີ່ໄດ້ລັກລອບຂີ່ເຮືອຂ້າມມາຮອດເມືອງ ປາກກະດິງ ໃນວັນທີ່ 14/04/2021 ຫຼັງຈາກໄດ້ກັບເມື່ອເຮືອນ ແລະ ພົບວ່າຜົນການກວດຈາກການແພດແມ່ນ ຜູ້ກ່ຽວໄດ້ຕິດເຊື້ອໂຄວິດ. @ສື່ລາວ.ຄອມ