ຂ່າວດີ..!! ແຂວງຜົ້ງສາລີ ປິ່ນປົວຜູ້ຕິດເຊື້ອໂຄວິດ ຫາຍດີທັງໝົດພາຍໃນແຂວງ

ທີມແພດໂຮງໝໍແຂວງຜົ້ງສາລີ ໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 4 ກໍລະນີຂອງແຂວງ.​ ໃນວັນທີ 18 ພຶດສະພາ 2021 ຜ່ານມາ​ ຢູ່ທີ່ໂຮງໝໍແຂວງຜົ້ງສາລີ ໄດ້ຈັດພິທີສົ່ງຜູ້ປິ່ນປົວດີຈາກພະຍາດໂຄວິດ-19​ ທັງ 4 ກໍລະນີ​ ກັບບ້ານຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ບຸນສາລີ ຈີດດາພອນ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ຄຳເພັດ ຈອມອຸ່ນມີໄຊ ອຳນວຍການໂຮງໝໍແຂວງ ພ້ອມດ້ວຍແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ ຄຳເພັດ ຈອມອຸ່ນມີໄຊ ອຳນວຍການໂຮງໝໍແຂວງໃຫ້ຮູ້ວ່າ: ນັບແຕ່ວັນທີ 26 ເມສາ ຫາ 5 ພືດສະພາ 2021 ແຂວງຜົ້ງສາລີ​ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 4 ຄົນ ແລະ ໄດ້ເຂົ້າມາຮັບການປີ່ນປົວຢູ່ໂຮງໝໍແຂວງ ນັບແຕ່ ວັນທີ 26 ເມສາ ຈົນເຖີງ ວັນທີ 18 ພຶດສະພາ 2021 ແມ່ນສາມາດປີ່ນປົວຄົນເຈັບໄດ້ທັງໝົດ.

– ສຳລັບກໍລະນີ ທີ​ 1 ແມ່ນແພດຊາຍ ອາຍຸ 23 ປີ ຢູ້ບ້ານກອງຂຸ່ມ, ເມືອງສຳພັນ, ແຂວງຜົ້ງສາລີ, ເປັນນັກສືກສາ ປີ 3 ສາຂາອັກສອນສາດ ຢູ່ແຂວງຟູຈ່ຽງ, ສ ປ ຈີນ. ຜູ້ກ່ຽວໄດ້ປີ່ນປົວ ຢູ່ໂຮງໝໍແຂວງ ເປັນເວລາ 15 ວັນ ແຕ່ວັນທີ 27 ເມສາ – 12 ພຶດສະພາ 2021.
– ກໍລະນີ ທີ 2 ເພດຊາຍ ອາຍຸ 38 ປີ ຢູ່ບ້ານ ໂພນແກ້ວ ເມືອງ ແລະ ແຂວງຜົ້ງສາລີ, ຜູ້ກ່ຽວໄດ້ປີ່ນປົວ ຢູ່ໂຮງໝໍແຂວງ ເປັນເວລາ 19 ວັນ ແຕ່ວັນທີ 29 ເມສາ – 18 ພຶດສະພາ 2021.

– ກໍລະນີ ທີ 3 ແມ່ນແພດຍີງ ອາຍຸ 45 ປີ ຢູ່ບ້ານ ໂພນສະອາດ ເມືອງ ແລະ ແຂວງຜົ້ງສາລີ, ຜູ້ກ່ຽວໄດ້ປີ່ນປົວ ຢູ່ໂຮງໝໍແຂວງ ເປັນເວລາ 14 ວັນ ແຕ່ວັນທີ 5 – 18 ພຶດສະພາ 2021.
– ກໍລະນີ ທີ 4 ແມ່ນແພດຍີງ ອາຍຸ 40 ປີ ຢູ່ບ້ານ ໂນນສະຫ່ວາງ ເມືອງບຸນເໜືອ, ແຂວງຜົ້ງສາລີ, ຜູ້ກ່ຽວໄດ້ປີ່ນປົວ ຢູ່ໂຮງໝໍແຂວງ ເປັນເວລາ 14 ວັນ ແຕ່ວັນທີ 5 – 18 ພຶດສະພາ 2021.

ຂ່າວ: ແສງຄຳ ສາລີວັນ