ພົນໂທ ວິໄລ ຫຼ້າຄໍາຟອງ ເປັນການນຳທີ່ທຳຈິງ ເຮັດແທ້ ຖ້າໃຜບໍ່ດີເອົາອອກບໍ່ສົນລູກເຈົ້າຫລານນາຍ

ຊົມເຊີຍ! ການຕັດສິນໃຈປົດຊັ້ນຟັນຍົດພະນັກງານຂັ້ນຕໍ່າທີ່ເສຍທາດຂາດຄຸນທັງສອງຄົນ (ຮທ ສອນອາໄລ ແລະ ຮອ ພູໃສ) ອອກຈາກຖັນແຖວພັກລັດ ໂດຍຜ່ານລາຍເຊັນຈາກສູນກາງແລະຜ່ານລາຍມືຂອງ ລຖຕ ສອ່ງແສງໃຫ້ຊາວລາວເຫັນໄດ້ວ່າ ສອງທ້າວນີ້ ແມ່ນຜູ້ຕອ້ງຫາລະດັບຊາດແທ້ໆທີ່ແອບແຝງແພງລິດດວ້ຍຫຼາຍເລກົນສົນສັບ, ແມ່ນແຕ່ຫົວໜ້າພະແນກ ປກສ ສະຫັວນນະເຂດກໍ່ບໍ່ກ້າລົງລາຍເຊັນເຂ່ຍເຂົາເຈົ້າອອກຈາກອົງກອນຕົນເອງ. ສໍາບໍ່ໜໍາ ຍັງອອກມາປົກປອ້ງທ້າວຕື້ສະຫວັນວ່າລາວບໍ່ໄດ້ພົວພັນກັບຄົນໄທ?

ທໍາອີດ ຂພຈ ກໍ່ໃຈເຢັນຕໍ່ການປົກປອ້ງບົດບາດແລະໜ້າທີ່ທ້າວຕື້ຂອງຫົວໜ້າພະແນກທ່ານນີ້. ແຕ່ມາເຫັນຄໍາສັ່ງຂອງ ທ່ານວິໄລ ຈື່ງຮູ້ວ່າ ການນໍາແຂວງນີ້ (ໂດຍສະເພາະຜູ້ຮັບພິຊອບພະແນກ ປກສ) ຖືກກຸ່ມແກ໋ງອາດຊະຍາກອນ (ມີແຕ່ແນວເຖື່ອນ!) ໃນອົງກອນຕົນເອງລູບຫົວຕົບບາມີດົນນານພຽງໃດມາແລ້ວ ບໍ່ມີໃຜຮູ້?

ຈຸດພິກັດໜື່ງທີ່ໜ້າສົນໃຈອີກໃນເຫດການທີ່ເກີດຂື້ນກັບທ້າວຕື້ແລະຜູ້ທີ່ສອງ (ຄວາມຈິງ ຊາວລາວບໍ່ນຶກບໍ່ຝັນເລີຍວ່າ ງານນີ້ຈະມີຊື່ ສອນອາໄລ ມາເພີ່ມ?) ຖ້າຮາກຂອງບັນຫາຢັ່ງລົງເລິກຮອດຂັ້ນນໍາຂອງແຂວງຫຼືໃນບາງຂະແໜງ?

 ຖ້າເລື່ອງນີ້ ມີແຕ່ສອງທ້າວເກໄພ້ກັນຊື່ໆ ມັນຈະບໍ່ມີອາຍຸການດໍາເນີນງານເຖື່ອນຍື້ດເຍື້ອຍາວນານມາຮອດມື້ໂຄວິດແຕກຮອບສອງໃນ ສປປລ ໄດ້ເດັດຂາດ?

ຕອ້ງແມ່ນຄົນທີ່ມີອໍານາດໃຫ່ຍກວ່າສອງທ້າວນີ້ ຄອຍດູແລແລະສະໜັບສະໜູນ ກິດຈະກໍາຂອງເຂົາເຈົ້າ? (ສັງເກດເບີ່ງການໃຊ້ແບບແຜນຊີວິດຫຼູຫຼາຢ່າງເປີດແປນຂອງທ້າວຕື້, ບໍ່ນັບຖືກົດລະບຽບສະຖານທີ່ກັກຕົວ, ລາຍເຊັນມາແຕ່ສູນກາງແລະບໍ່ແມ່ນລາຍມືຂອງຄົນຜູ້ມີອໍານາດໃນແຂວງນີ້).

ຮາກຂອງເລື່່ອງນີ້ອາດຈະຢັ່ງລົງເລີກແນະນອນ! ແຕ່ ລຖບ ຈະມີບັນຫາຂວາງທາງແລະຂຸດຫາຮາກຂອງບັນຫານີ້ບໍ່ເຖີງ ຖ້າພຽງໄລ່ສອງຄົນນີ້ອອກການຊື່ໆ. ຈະນໍາຫາຮາກຫາເຄົ້າຂອງບັນຫານີ້ໄດ້ ຕອ້ງນໍາຕົວທັງສອງທ້າວນີ້ມາສືບສວນຕໍ່. ກໍລະນີຮ້າຍແຮງຕອ້ງນໍາໂຕທັງສອງເຂົ້າຄຸກຕາມກົດໝາຍບ້ານເມືອງ.

ມາເບີ່ງບັນຊີການເຄື່ອນໄຫວເຖື່ອນຂອງສອງທ້າວນີ້ພໍປານຫົວໜ້າແກ໋ງໃຫ່ຍໃນຄາບເສື້ອແລະໝວກອໍານາດລັດ. ບໍ່ນຶກເລີຍວ່າ ການນໍາແຂວງນີ້ຈະປອ່ຍໃຫ້ນັກເລງປະຕິວັດບັດແດງມາແຂ່ງອໍານາດມືດກັບຕົນເອງດົນນານເຖີງປານນີ້ ໄດ້ແນວໃດ?

 ຕອ້ງຕັ້ງຄໍາຖາມໃສ່ກັນເບີ່ງວ່າ ຖ້າທ້າວຕື້ສະຫຼາດກວ່ານີ້ນອ້ຍໜື່ງ (ບໍ່ໂພດສຂີ້ພື້ນຕົນເອງໃຫ້ສັງຄົມເຫັນ, ບໍ່ນໍາເອົາຄົນໄທມາແຜ່ເຊື້ອ…)

ແຕ່ຖ້າຂອງຄົນເຫຼົ່ານີ້ຂື້ນມາຍາມໃດ ເງີນໃນຄັງລັດ 7-8ພັນຕື້ກີບເຂົາກໍ່ບໍ່ຫັວນແລະແມ່ນແຕ່ຈະຂ້າຄົນທັງຊາດ ເຂົາກໍ່ບໍ່ກົວ (ທ້າວຕື້). ຕອ້ງເອົາໃຈໃສ່ຕິດຕາມພະນັກງານທີ່ໃຊ້ຊີວິດແບບໂລດໂພນເກີນລາຍໄດ້ຕົນເອງຢ່າງຈົດຈໍແລະມີວິທີສະກັດກັ້ນມັນໃຫ້ທັນດວ່ນ, ໂດຍສະເພາະ ພະນັນງານຮັບພິຊອບຊັບສີນຂອງຊາດແລະຜູ້ມີອໍານາດໃນໜ້າທີ່ວິຊາສະເພາະຂອງຕົນເອງ. ແຕ່ ລຖບ ຢ່າພາກັນຕິດຕາມແລະລົງໂທດແຕ່ຜູ້ນອ້ຍ.

ຖ້າສະຖານະພາບການປາບປາມພະນັກງານເສຍທາດຂາດຄຸນຂອງ ລຖບ ຍັງຮັກສາລະດັບນີ້ຕໍ່ໄປ ພະນັກງານເງີນເດືອນນອ້ຍ ແຕ່ໃຊ້ຊີວິດເໝືອນນັກທຸລະກິດຫຼືເໝຶອນພໍ່ຄ້າແມ່ຄ້າຂອງເຖືີ່ອນ ກຽມສະເທືອນ ສະທາຍກາຍໃຈໄວ້ໂລດ. ລຖບ ຊຸດນີ້ເຫັນຕົວຈິງແລ້ວວ່າ ບຸກຄະລະກອນໃນອົງກອນພັກລັດຕົນເອງ ກໍ່ສາມາດກາຍເປັນສັດຕູໂຕຮ້າຍກາດແກ່ຊາດໄດ້ທຸກເວລາ.

ສວ່ນເລື່ອງການສ້າງບົດບາດແລະຄວາມເຊື່ອຖືຈາກປະຊາຊົນ ເພື່ອໃຫ້ຕົນເອງກາຍເປັນຜູ້ນໍາພາທີ່ດີແລະເປັນຂວັນໃຈປະຊາທີ່ແທ້ຈິງ ຜູ້ນໍາຄົນນີ້ບໍ່ຕອ້ງໃຫ້ມີການສຶກສາສູງກໍ່ໄດ້ (ບາງຄັ້ງຄາວ) ເຂົາພຽງຫງ່ຽງຫູຟັງສຽງຄວນຄາງຂອງປະຊາຊົນແລະສູ້ຊົນໃຫ້ໄດ້ສີ່ງນີ້ມາແທນຫຼືເພື່ອປະຊາຊົນ ເພີ່ນກໍ່ເປັນທີ່ນິຍົມຂອງປະຊາຊົນໄດ້ແລ້ວ. ເວົ້ານໍາກັນແຈ້ງ: ຜູ້ນໍາແຕ່ລະຂະແໜງຕອ້ງປະຕິຮູບຈຸດອອ່ນຫຼືຈຸດຄ້າງຄາໃນຂະແໜງຕົນເອງ ໃຫ້ໄດ້.

ຂື້ນມາບັນຊາແລະຢູ່ລ້າໆ ປະຊາບໍ່ຊື່ນຊົມນໍາ. ກົງກັນຂ້າມ ເຂົາດີໃຈຖ້າທ່ານລົງໄປຄືນ. ແຕ່ຄືທ່ານ ວິໄລ ຫຼ້າຄໍາຟອງ ຢູ່ດົນປານໃດກໍ່ໄດ້…ຖືກໃຈປະຊາແທ້ໆ! ຊົມເຊີຍ ທ່ານນາຍພົນ ຈາກໃຈຈິງ! 11.05.21,

@ສຸລັດ ທຸມມະວົງ